ອາ​ເມ​ລິ​ກາ​ຈະ​ບໍ່​ເຂົ້າ​ຂ້າງ​ຝ່າຍ​ໃດ​ໃນ​ບັນ​ຫາ​ອະ​ທິ​ປະ​ໄຕ​ແລະ​ຊາຍ​ແດນ​ຂອງ​ເຢ​ລູ​ຊາ​ເລັມ
2018-01-22 16:39:47  cri 
ສຳ​ນັກ​ຂ່າວ​ສານ​ທາງ​ການ​ມາ​ຣົກ​ລາຍ​ງານ​ໃນ​ວັນ​ທີ 20 ມັງ​ກອນ​ນີ້​ວ່າ: ທ່ານ ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ໄດ້​ຢືນ​ຢັນໃນ​ຈົດ​ໝາຍ​ຕອບ​ ເຈົ້າ​ຊີ​ວິດ​ທີ Ⅵ ໂມ​ຮຳ​ເມັດ​ ປະ​ເທດມາ​ຣົກ​ວ່າ: ບັນ​ຫາ​ອະ​ທິ​ປະ​ໄຕ​ຂອງ​ເຢ​ລູ​ຊາ​ເລັມ​ຈະໄດ້​ຮັບ​ການ​ຕັດ​ສິນ​ໂດຍ​ຜ່ານ​ການ​ເຈ​ລະ​ຈາ,ອາ​ເມ​ລິ​ກາ​ຈະ​ບໍ່​ຍຶດ​ຖື​ຫຼັກ​ໝັ້ນ​ຕໍ່​ອະ​ທິ​ປະ​ໄຕ​ແລະ​ຊາຍ​ແດນ​ຂອງ​ເຢ​ລູ​ຊາ​ເລັມ.

ທ່ານ ໂດ​ນັນ ທ​ຣຳ ກ່າວ​ວ່າ: ທ່ານ​ຈະ​ພະ​ຍາ​ຍາມ​ສຸດ​ຂີດເພື່ອ​ຊຸກ​ຍູ້​ກາ​ນ​ເຊັນ​ສັນ​ຍາ​​ສັນ​ຕິ​ພາບຖາ​ວອນ​ລະ​ຫວ່າງ​ອິ​ສ​ຣາ​ແອນ-ປາ​ແລັ​ສ​ຕິນ. ຖ້າ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ໄດ້​ບັນ​ລຸ​ຄວາມ​ເປັນ​ເອ​ກະ​ພາບ​ກັນ ທ່ານ​ຈະ​ສະ​ໜັບ​ສະ​ໜູນ​ແຜນ​ການ​ສອງ​ປະ​ເທດ.

ໃນ​ເດືອນ​ທັນ​ວາ​ປີ 2017, ທ່ານ ໂດ​ນັນ ທ​ຣຳ ໄດ້​ປະ​ກາດ​ຮັບ​ຮອງ​ເຢ​ລູ​ຊາ​ເລັມ​ເປັນ​ນະ​ຄອນ​ຫຼວງ​ອິ​ສ​ຣາ​ແອນ,ແລະ​ກ່າວ​ວ່າ​ຈະ​ເລີ່ມ​ດຳ​ເນີນ​ຂະ​ບວນ​ການ​ຍ້າຍສະ​ຖານ​ທູດ​ອາ​ເມ​ລິ​ກາ​ປະ​ຈຳ​ອິ​ສ​ຣາ​ແອນ​ຈາກເມືອງແຕນ ອາ​ວິ​ຟ໌​ໄປ​​ເມືອງ​ເຢ​ລູ​ຊາ​ເລັມ. ປະ​ຊາ​ຄົມ​ໂລກ​ໄດ້​ສະ​ແດງ​ຄວາມ​ຄັດ​ຄ້ານ​ຕໍ່​ເລື່ອງ​ນີ້. ເຈົ້າ​ຊີ​ວິດ ໂມ​ຮຳ​ເມັດ​ທີ Ⅵໄດ້​ສົ່ງ​ຈົດ​ໝາຍ​ໄປ​ຍັງ​ທ່ານ ໂດ​ນັນ ທ​ຣຳ ເພື່ອສະ​ແດງ​ຄວາມ​ເປັນ​ຫ່ວງ​ຢ່າງ​ໜັກ​ໜ່ວງ​ຕໍ່​ເລື່ອງ​ນີ້,ພ້ອມ​ທັງ​ປະ​ຕິ​ເສດ​ຕໍ່​ການ​ຕົກ​ລົງ​ໃດໆທີ່​ຈະ​ປ່ຽນ​ສະ​ພາ​ບ​ການໃນ​ປັດ​ຈຸ​ບັນ​ຂອງ​ເຢ​ລູ​ຊາ​ເລັມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ