ສະຖານທູດ​ອາ​ເມ​ລິ​ກາ​ປະຈຳ​ອິສຣາ​ແອນ​ຈະ​ຍ້າຍ​ໄປ​ຢູ່​ເຢຣູຊາ​ແລມ
2018-01-23 11:25:28  cri 

ທ່ານ​ໄມ ​ເປ​ນສ໌ ຮອງ​ປະທານາທິບໍດີ​ອາ​ເມ​ລິ​ກາທີ່​ພວມ​ຢ້ຽມຢາມອິສຣາ​ແອນ ກ່າວ​ໃນ​ວັນ​ທີ 22 ມັງກອນ​ນີ້​ວ່າ: ຈະ​ເລີ່​ມດຳ​ເນີນ​ແຜນການ​ຍ້າຍສະຖານທູດ​ອາ​ເມ​ລິ​ກາ​ປະຈຳ​ອິສຣາ​ແອນ ​ຈາກ​ແຕນ​ອາ​ວິບ ​ໄປ​ຢູ່​ເຢຣູຊາ​ແລມ ຢ່າງ​ເປັນ​ທາງ​ການພາຍ​ໃນ​ບໍ່​ເທົ່າ​ໃດ​ອາທິດ ​ແລະ ສະຖານທູດ​​ແຫ່ງ​ໃໝ່​ຈະ​ເລີ່​ມ​ປະຕິບັດ​ວຽກ​ງານຕໍ່​ພາຍ​ນອກກ່ອນ​ທ້າຍ​ປີ 2019.

ທ່ານ​ເປ​ນສ໌ ​ໄດ້​ກ່າວ​​ແຜນການ​ນີ້​ໃນ​ຂະນະ​ກ່າວ​ປາ​ໄສ​ຢູ່​ລັດຖະສະພາ​ອິສຣາ​ແອນ​ໃນ​ວັນ​ດັ່ງກ່າວ ​ແລະ ຄຳ​ປາ​ໄສ​ຂອງ​ທ່ານ​ກໍ​ຖືກສະມາຊິກ​ສະພາ​ສັງກັດ​ພັກ​ການ​ເມືອງ​ອາຣັບ​ປະ​ທ້ວງ. ທ່ານ​ເປ​ນສ໌ ​ໄດ້​ເດີນທາງ​ເຖິງ​ແຕນ​ອາວິບ​ໃນ​ຕອນ​ຄ່ຳ​ວັນ​ທີ 21 ​ມັງກອນ​ນີ້ ແລະ ຢ້ຽມຢາມ​ອິສຣາ​ແອນ​ເປັນ​ເວລາ 2 ວັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ