ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ລະ​ດັບ​ລັດ​ຖະ​ມົນ​ຕີ​ຄັ້ງ​ທີ 2 ເວ​ທີ​ປຶກ​ສາ​ຫາ​ລື​ຈີນ-ອາ​ເມ​ລິ​ກາ​ລາ​ຕິນ
2018-01-23 10:50:10  cri 

ທ່ານ​ວາງ​ຢີ້ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ລະ​ດັບ​ລັດ​ຖະ​ມົນ​ຕີ​ຄັ້ງ​ທີ 2 ຂອງກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ຈີນ-ອາ​ເມ​ລິ​ກາ​ລາ​ຕິນ ທີ່​ຈັດ​ຂຶ້ນ​ຢູ່ນະ​ຄອນຫຼວງ​ຊັງ​ຕີ​ອາ​ໂກ​ປະ​ເທດ​ຈີເລ​ໃນ​ວັນ​ທີ 22 ມັງ​ກອນ​ນີ້.

ທ່ານ​ວາງ​ຢີ້​ກ່າວ​ປາ​ໄສ​ໃນ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ວ່າ, 3 ປີ​ມາ​ນີ້, ພາຍ​ໃຕ້​ຄວາມ​ພະ​ຍາ​ຍາມ​ຮ່ວມ​ຂອງ​ຈີນ ແລະ ບັນ​ດາ​ປະ​ເທດ​ໃນ​ອາ​ເມ​ລິ​ກາ​ລາ​ຕິນ, ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ໄດ້​ຂະ​ຫຍາຍ​ຕົວ​ເປັນ​ຢ່າງ​ດີ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ການ​ເມືອ​ງ​ລະ​ຫວ່າງ​ສອງ​ຝ່າຍ​ໄດ້​ຂະ​ຫຍາຍ​​ສູ່​ລວງ​ເລິກ, ການ​ຮ່ວມ​ມື​ທາງ​ເສດ​ຖະ​ກິດ​ການ​ຄ້າ​ໄດ້​ເຕີບ​ໂຕ​ຢ່າງ​ຕໍ່​ເນື່ອງ ແລະ ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ​ມີຫຼາກຫຼາຍ​ສີ​ສັນ.

ທ່າ​ນ​ວາງ​ຢີ້​ກ່າວ​ເນັ້ນ​ວ່າ, ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ຈີນ-ອາ​ເມ​ລິ​ກາ​ລາ​ຕິນ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ທີ່​ອຸ​ດົມ​ສົມ​ບູນ ເນື່ອງ​ຈາກ​ສອງ​ຝ່າຍ​ໄດ້​ເຄົາ​ລົບ​ເຊິ່ງກັນ​ ແລະ ກັນ ແລະ ສະ​ເໝີ​ພາບ​ກັນ​ໂດຍ​ຕະຫຼອດ ແລະ​ ຍຶດ​ໝັ້ນ​ສະ​ແຫວງ​ຫາ​ການ​ຮ່ວມ​ມື​ກັນ ແລະ ຊຸກ​ຍູ້​ການ​ພັດ​ທະ​ນາ​ຮ່ວມ​ກັນ. ໃນ​ໄລ​ຍະ​ຕໍ່​ໄປ, ຈີນ​ຍິນ​ດີ​ຮ່ວມ​ກັບ​ບັ​ນ​ດາ​ປະ​ເທດ​ໃນ​ອາ​ເມ​ລິ​ກາ​ລາ​ຕິນ ໂດຍ​ອີງ​ຕາມ​ເປົ້າ​ໝາຍ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ທີ່​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ ແລະ ບັນ​ດາ​ຜູ້​ນຳ​ປະ​ເທດ​ອາ​ເມ​ລິ​ກາ​ລາ​ຕິນ​ກຳ​ນົດ​ໄວ້, ຖື​ເອົາ​ການ​ຮ່ວມ​ກັນ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ເປັນ​ໂອ​ກາດ​ໃໝ່, ລົງ​ເລິກ​ຂອບ​ການ​ຮ່ວມ​ມື "1+3+6" ແລະ​ ຊຸກ​ຍູ້​ໃຫ້​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່ ແລະ ເຮັດ​ໃຫ້​ການ​ພັດ​ທະ​ນາ​​ມີ​ສີ​ສັນ​ໃໝ່.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ