ການ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດຂອງ​ທົ່ວ​ໂລກ​ໃນ​ປີ 2017 ໄດ້ຫຼຸດ​ລົງ​ 16%
2018-01-23 16:04:55  cri 
ບົດ​ລາຍ​ງານທົບ​ທວນ​ຄືນ ແລະ ຈ້ອງ​ມອງ​ການ​ລົງ​ທຶນ​ໂດຍ​ກົງ​ສາ​ກົນ​ທົ່ວ​ໂລກ​ໃນ​ປີ 2017-2018 ທີ່​ອົງ​ການ​ການ​ຄ້າ​ ແລະ ການ​ພັດ​ທະ​ນາ​ສະ​ຫະ​ປະ​ຊາ​ຊາດ​ເຜີຍ​ແຜ່​ໃນ​ວັນ​ທີ 23 ມັງ​ກອນ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ການ​ລົງ​ທຶນ​ໂດຍ​ກົງ​ຈາກຕ່າງ​ປະ​ເທດ​ຂອງ​ທົ່ວ​ໂລກ​ໃນ​ປີ 2017 ໄດ້ຫຼຸດ​ລົງ 16% ເມື່ອ​ທຽບ​ໃສ່​ປີ 2016, ແຕ່​ທຶນ​ຕ່າງ​ປະ​ເທດ​ໄຫຼ​ເຂົ້າ​ຈີນ​​ໝົດ​ປີ​ມີ​ເກືອບ 144 ຕື້​ໂດ​ລາ​ສະ​ຫະ​ລັດ, ເປັນ​ສະ​ຖິ​ຕິ​ສູງ​ສຸດ​ໃນ​ປະ​ຫວັດ​ສາດ ແລະ​ ເປັນ​ອັນ​ດັບ​ 2 ຂອງ​ໂລກ.

ບົດ​ລາຍງ​ານ​ຊີ້​ອອກວ່າ, ພາຍຫຼັງ​ເພີ່ມ​ຂຶ້ນ​ 3 ປີ​ລຽ​ນ​ຕິດ​ແລ້ວ, ການ​ກວາດ​ຊື້​ຂ້າມ​​ຊາດ​ຂອງ​ທົ່ວ​ໂລກ​ໃນ​ປີ 2017 ໄດ້ຫຼຸດ​ລົງ​ຢ່າງຫຼວງຫຼາຍ. ທີ່​ຈິງ​ແລ້ວ, ຈັງ​ຫວະ​ການກວາດ​ຊື້​ທົ່ວ​ໂລກ​ໃນ​ປີ 2016 ກໍ​ໄດ້​ຊ້າ​ລົງ ແລະ ປີ 2017 ໄດ້ຫຼຸດ​ລົງ​ 23%, ມີ​ເກືອບ 666 ຕື້​ໂດ​ລາ​ສະ​ຫະ​ລັດ, ແຕ່​ຍັງ​ເປັນ​ອັນ​ດັບ 3 ນັບ​ແຕ່​ປີ 2007 ມາ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ