ກອງ​ປະ​ຊຸມ​ປະ​ຈຳ​ປີ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ໂລກ​ສຸມ​ໃສ່​ການ​ຮ່ວມ​ມື​ສາ​ກົນ​ເພື່​ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ
2018-01-24 11:22:44  cri 
ກອງ​ປະ​ຊຸມ​ປະ​ຈຳ​ປີ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ໂລກ​ຄັ້ງ​ທີ 48 ໄດ້​ໄຂ​ຂຶ້ນ​ຢູ່​ເມືອງ​ດາ​ວໍ​ສ໌​ປະ​ເທດ​ສະ​ວິ​ສ໌​ໃນ​ວັນ​ທີ 23 ມັງ​ກອນ​ນີ້ ໂດຍ​ໄດ້​ປິ່ນ​ອ້ອມ​ຫົວ​ຂໍ້ "ສ້າງ​​ຊາ​ຕາ​ກຳຮ່ວມ​ຢູ່​ໃນ​ໂລກ​ທີ່ຜັນ​ແປ", ຄົ້ນ​ຄວ້າ​ປຶກ​ສາ​ຫາ​ລື​ຄວາມ​ໝາຍ​ຂອງ​ການ​ຮ່ວມ​ມື​ສາ​ກົນ​ພາຍ​ໃຕ້​ສະ​ພາບ​ທີ່​ການ​ແຂ່​ງ​ຂັນ​ທາງ​ຍຸດທະ​ສາດ​ພູ​ມິ​ພາກ​ທີ່​ນັບ​ມື້​ນັບ​ຮຸນ​ແຮງ​ຂຶ້ນ,ກໍ່​ຄື​ບັນ​ຫາ​ສຳ​ຄັນໃນ​ດ້ານ​ຕ່າງໆ​ເຊັ່ນ: ຄວາມ​ໝັ້ນ​ຄົງ​ໃນ​ສາ​ກົນ,ການ​ອະ​ນຸ​ລັກ​ສິ່​ງ​ແວດ​ລ້ອມ,ເສດ​ຖະ​ກິດ​ໂລກ​ແລະ​ອື່ນໆ.

ທ່ານ​ ອາ​ລານ ເບີ​ເຊັດ ປະ​​ທາ​ນາ​ທິ​ບໍ​ດີ​ສະ​ວິ​ສ໌​ກ່າວ​ໃນ​ພິ​ທີ​ໄຂ​​ກອງ​ປະ​ຊຸມວ່າ: ຢູ່​ໃນ​ໂລກ​ປັດ​ຈຸ​ບັນ​ໄດ້​ມີ​ຄວາມ​ເຫັນ​ຕ່າງ​ກັນ​ໃນ​ຂົງ​ເຂດ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ,ການ​ຕ້ານ​ການ​ກໍ່​ການ​ຮ້າຍ,ສັນ​ຕິ​ພາບ​ແລະ​ຄວາມ​ໝັ້ນ​ຄົງ. ບັນ​ດາ​ຝ່າຍຄວນ​ຊຸກ​ຍູ້ໂລ​ກາ​ພິ​ວັດ,ລັດ​ທິ​ຫຼາຍ​ຝ່າຍ​ແລະ​ການ​ຄ້າ​ເສ​ລີ​ຕື່ມ​ອີກ,ເພື່ອ​ສ້າງ​ລະ​ບົບ​ສັງ​ຄົມ​ທີ່​ມີ​ຄວາມ​ຍຸດ​ຕິ​ທຳ​ກວ່າ​ເກົ່າ.

ກອງ​ປະ​ຊຸມ​ດັ່ງ​ກ່າວ​ຈະ​ຈັດ​ການ​ປຶກ​ສາ​ຫາ​ລື 400 ກວ່າ​ຮອບ​ພາຍ​ໃນ 4 ວັນ ເຊິ່ງ​ໄດ້​ສ້າງ​ເວ​ທີ​ໃຫ້​ແກ່​ບັນ​ດາ​ຝ່າຍ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃນ​ການ​ຊຸກ​ຍູ້​ການ​ແລ​ກ​ປ່ຽນ,ການ​ສະ​ແຫວງ​ຫາ​ຄວາມ​​ເປັນ​ເອ​ກະ​ພາບກັນ ແລະ​ການ​ຮ່ວມ​ມື.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ