ງານ​ສັງ​ສັນ​ສະ​ຫຼອງ​ບຸນ​ກຸດ​ຈີນ​ຈີນ-ອາ​ຊຽນ 2018 ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ
2018-01-24 17:07:03  cri 


ຕາມ​ຂ່າວCRI: ວັນ​ທີ 23 ມັງ​ກອນ​ນີ້, ງານ​ສັງ​ສັນ​ສະ​ຫຼອງ​ບຸນ​ກຸດ​ຈີນ​ຈີນ-ອາ​ຊຽນ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ໂດຍມີ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ພ້ອມ​ດ້ວຍ​ຜູ້​ຕາງ​ໜ້າຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນ​ປະ​ຈຳ​ຈີນ​ເຊັ່ນ: ລາວ, ສິງ​ກະ​ໂປ,ບ​ຣູ​ໄນ,ມຽນ​ມາ,ຟີ​ລິບ​ປິນແລະ​ໄທ​ເປັນ​ຕົ້ນ​​ກໍໍ່​ຄື​ຜູ້​ແທນ​ຝ່າຍ​ຈີນ​ໄດ້​ຮ່ວມ​ກັນ​ສະ​ຫຼອງ​ບຸນ​ກຸດ​ຈີນ​ແລະ​ອວຍ​ພອນ​ປີ​ໃໝ່​ເຊິ່ງ​ກັນ​ແລະ​ກັນ​ໃຫ້​ມີ​ສຸ​ຂະ​ພາບ​ແຂງ​ແຮງ​ແລະ​ໂຊກ​ລາບ​ຕະ​ຫຼອດ​ປີ.


​ຂ່າວ​ແຈ້ງວ່າ,ສະ​ພາມົນ​ຕີ​ການ​ຄ້າ​ຈີນ-ອາ​ຊຽນ ແລະ​ຄະ​ນະ​ກຳ​ມະ​ການ​ອາຊຽນ​-ປັກ​ກິ່ງ​ໄດ້​ຈັດ​ງານ​ສັງ​ສັນ​ບຸນ​ກຸດ​ຈີນ​ເປັນ​ເວ​ລາ 18 ປີ​ຕິດ​ຕໍ່​ກັນແລ້ວ, ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ທີ່​ມີ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ແລະ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ-ການ​ຄ້າ​ລະ​ຫວ່າງ​ຈີນ-ອາ​ຊຽນ. ຄະ​ນະ​ມົນ​ຕີ​ການ​ຄ້າ​ຈີນ-ອາ​ຊຽນ​ເປັນ​ໜຶ່ງ​ໃນ​ກົນ​ໄກ​ຮ່ວມ​ມື​ຈີນ-ອາ​ຊຽນ, ສະ​ພາ​ກຳ​ມະ​ການ​ອາ​ຊຽນ-ປັກ​ກິ່ງ​ປະ​ກອບ​ດ້ວຍ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຂອງ 10 ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ປະ​ຈຳ​ຈີນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ