ກອງ​ປະ​ຊຸມ​ລະ​ດັບ​ລັດ​ຖະ​ມົນ​ຕີ​ຄັ້ງ​ທີ 2 ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ຈີນ-ອາ​ເມ​ລິ​ກາ​ລາ​ຕິນ​ໄດ້​ຮັບ​ຮອງ​ເອ​ກະ​ສານ​ຜົນ​ສຳ​ເລັດຫຼາຍ​ສະ​ບັບ
2018-01-24 10:22:18  cri 
ທ່ານ​ນາງ​ຮ​ວາ​ຊຸນ​ຢິງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ເປີດ​ເຜີຍ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 23 ມັງ​ກອນ​ນີ້​ວ່າ, ກອງ​ປະ​ຊຸມ​ລະ​ດັບ​ລັດ​ຖະ​ມົນ​ຕີ​ຄັ້ງ​ທີ 2 ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ຈີນ-ອາ​ເມ​ລິ​ກາ​ລາ​ຕິນ​ໄດ້ຮັບ​ຮອງ​ເອ​ກະ​ສານ​ຜົນ​ສຳ​ເລັດ 3 ສະ​ບັບ ເຊິ່ງ​ລວມ​ທັງ "ຖະ​ແຫຼງ​ການ​ພິ​ເສດ​ກ່ຽວ​ກັບ​ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ໂດຍ​ໄດ້​ກຳ​ນົດ​ເສັ້ນ​ທາງ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ຈີນ​ກັບ​​ບັນ​ດາ​ປະ​ເທດ​ອາ​ເມ​ລິ​ກາ​ລາ​ຕິນ, ບັນ​ລຸ​ໃຫ້​ຈີນ​ ແລະ ບັນ​ດາ​ປະ​ເທດ​​ອາ​ເມ​ລິ​ກາ​ລາ​ຕິນ​ໄດ້​ຮ່ວມ​ມື​ກັນ​ແບບ​ຂ້າມ​ມະ​ຫາ​ສະ​ໝຸດ​ໃນ​ຍຸກ​ໃໝ່ ແລະ ເປີດ​ໜ້າ​ໃໝ່​ແຫ່ງ​ການ​ຮ່ວມ​ມື​ແບບກວມ​ລວມ​ລະ​ຫວ່າງສອງ​ຝ່າຍ.

ທ່ານ​ນາງ​ຮ​ວາ​ຊຸນ​ຢິງ​ກ່າວ​ວ່າ, ພວກ​ເຮົາ​ເຫັນ​ວ່າ, ກອງ​ປະ​ຊຸມ​ຄັ້ງ​ນີ້​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ, ໄດ້​ມີ​ຄວາມ​ຮັບ​ຮູ້​ຄື​ກັນ​ເພື່ອ​ສາ​ມັກ​ຄີ​ຮ່ວມ​ມື​ກັນ, ເນັ້ນ​ໃສ່​ການ​ພັດ​ທະ​ນາ​ຮ່ວມ​ກັນ ແລະ ກຳ​ນົດ​ເສັ້ນ​ທາງ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ. ພວກ​ເຮົາ​ຄອງ​ຄອຍ​ຮ່ວມ​ກັນ​ກັບ​ບັນ​ດາ​ປະ​ເທດ​​ອາ​ເມ​ລິ​ກາ​ລາ​ຕິນ ແລະ ທະ​ເລ​ກາ​ລາ​ອິບ, ຮ່ວມ​ກັນ​ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອງ​ຝ່າຍ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ