ກຽມ​ເຄື່ອງ​ຂອງ​ເພື່ອ​ຕ້ອນ​ຮັບ​ກຸດ​ຈີນ
2018-01-24 14:21:15  cri 

ວັນ​ທີ 23 ມັງ​ກອນ​ນີ້, ປະ​ຊາ​ຊົນ​ຊື້​ໃສ້​ອົ່ວ ແລະ ຊີ້ນ​ແຫ້ງ​ຢູ່​ຕາມ​ຕະຫຼາດ. ມື້​ດຽວ​ກັນ, ເທດ​ສະ​ການ​ຊື້​ເຄື່ອງ​ແບບ​ສະ​ບາຍ​ຢິນ​ຊວນ​ຄັ້ງ​ທີ 2 ກໍ​ຄື​ເທດ​ສະ​ການ​ຊື້​ເຄື່ອງ​ຕ້ອ​ນ​ຮັບ​ປີ​ໃໝ່​ຢິນ​ຊວນ​ຄັ້ງ​ທີ 8 ໄດ້​ຈັດ​ຂຶ້ນ​ຢູ່​ສູນ​ວາງ​ສະ​ແດງ​ສາ​ກົນ​ນະ​ຄອນ​ຢິນ​ຊວນ​ເຂດ​ໜິງ​ເຊ້ຍ​ຈີນ. ມີ​ຮ້ານ​ຄ້າ 400 ກວ່າ​ຮ້ານ​ຈາກທົ່ວ​ປະ​ເທດ​ຈີນ​ໄດ້​ນຳ​ເອົາ​ສິນ​ຄ້າ​ປະ​ເພດ​ໝາກ​ໄມ້, ແກ່ນ​ໝາກ​ໄມ້, ຂະ​ໜົມ​ອົມ, ເຫຼົ້າ ​ທີ່​ເປັນ​ສິນ​ຄ້າ​ຕ້ອນ​ຮັບ​ບຸນ​ກຸດ​ຈີນ 1000 ກວ່າ​ຊະ​ນິດ​ມາ​ວາງ​ຂາຍ​ຢູ່​ໃນ​ເທດ​ສະ​ການ​ດັ່ງ​ກ່າວ ເຊິ່ງ​ພາ​ໃຫ້​ປະ​ຊາ​ຊົນ​ມາ​ເລືອກ​ຊື້​ຢ່າງຫຼວງຫຼາຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ