ໂຮງ​ຮຽນ​ມັດ​ທະ​ຍົມ​ອາ​ເມ​ລິ​ກາ​ແຫ່ງ​ໜຶ່ງ​ເກີດ​ເຫດ​ການ​ຍິງ​ກັນ ເຮັດ​ໃຫ້ 2 ຄົນ​ເສຍ​ຊີ​ວິດ
2018-01-24 13:52:26  cri 
    ວັນ​ທີ 23 ມັງ​ກອນນີ້, ຢູ່​ໂຮງ​ຮຽນ​ມັດ​ທະ​ຍົມ​ແຫ່ງ​ໜຶ່ງທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ລັດ​ເຄັນ​ຕາ​ກີ​ອາ​ເມ​ລິ​ກາ ໄດ້​ເກີດ​ເຫດ​ການ​ຍິງ​ກັນ, ສົ່ງ​ຜົນ​ເຮັດ​ໃຫ້​ນັກ​ຮຽນ 2 ຄົນ​ເສຍ​ຊີ​ວິດ ແລະ​ອີກ 17 ຄົນ​ໄດ້​ຮັບ​ບາດ​ເຈັບ.

    ຕຳຫຼວດ​ທ້ອງ​ຖິ່ນ​ໃຫ້​ຮູ້​ວ່າ, ຜູ້​ຕ້ອງ​ຫາ​ແມ່ນ​ນັກ​ຮຽນ​ຊາຍ​ອາ​ຍຸ 15 ປີ, ຕອນ​ເຊົ້າ​ມື້​ດຽວ​ກັນ, ລາວ​ໄດ້​ຖື​ປືນ​ສັ້ນ​ເຂົ້າໄປ​ໃນ​ໂຮງ​ຮຽນ​ມັດ​ທະ​ຍົມ​ປາຍ​ມາ​ເຊວ ແລະ​ຍິງ​​ໃສ່​ນັກ​ຮຽນ, ສົ່ງ​ຜົນ​ເຮັດ​ໃຫ້​ນັກ​ຮຽນ​ຍິງ​ຜູ້​ໜຶ່ງ​ເສຍ​ຊີ​ວິດ​ກັບ​ທີ່ ແລະ​ນັກ​ຮຽນ​ຊາຍ​ຜູ້​ໜຶ່ງ​ເສ​ຍ​ຊີ​ວິດໃນ​ເວ​ລາ​ປິ່ນ​ປົວ​ຢູ່​ໂຮງ​ໝໍ​. ນອກນີ້, ຍັງ​ມີ​ນັກ​ຮຽນ 12 ຄົນ​ໄດ້​ຮັບ​ບາດ​ເຈັບ ໃນ​ນັ້ນ​ມີ 12 ຄົນ​​ບາດ​ເຈັບຍ້ອນ​ຖືກ​ຍິງ ຫຼັງ​ຈາກນັ້ນ, ຜູ້​ຖືກ​ບາດ​ເຈັບ​ທັງ​ໝົດໄດ້​ຖືກ​ສົ່ງ​ໄປ​ປິ່ນ​ປົວ​ຢູ່​ໂຮງ​ໝໍ​​ທັນ​ທີ.

    ສ່ວນຜູ້​ຕ້ອງ​ຫາ​ໄດ້​ຖືກ​ຕຳຫຼວດ​ຈັບ ແລະ​ຈະ​ຖືກ​ກ່າວ​ຫາ​ວ່າ​ວາງ​ແຜນ​ລອບ​ຂ້າ ແລະ​ວາງ​ແຜນ​ລອບ​ຂ້າ​ບໍ່​ສຳ​ເລັດ​ຜົນ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ