ຜູ້​ຊ່ຽວ​ຊານ​ເບ​ຣ​ຊິນ​ກ່າວ​ວ່າ: ທ່າ​ທີ​ຂອງ​ຈີນ​ໄດ້​ນຳ​ເອົາ​ຄວາມ​ຫວັງ​ໃໝ່​ມາ​ສູ່​ປະ​ຊາ​ຊົນ​ອາ​ເມ​ລິ​ກາ​ລາ​ຕິນ
2018-01-24 13:58:13  cri 
    ທ່ານ ໂມ​ລີ​ຊີ​ໂອ ຊັງ​ໂຕ​ໂຣ ຫົວ​ໜ້າ​ຄະ​ນະ​ການ​ພົວ​ພັນ​ສາ​ກົນ​ມະ​ຫາ​ວິ​ທະ​ຍາ​ໄລ​ລີ​ໂອ​ເດີ​ຈາ​ເນ​ໂຣ​ຂອງ​ເບ​ຣ​ຊິນ ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ໃນ​ວັນ​ທີ 23 ມັງ​ກອນນີ້​ວ່າ, ປະ​ເທດ​ອາ​ເມ​ລິ​ກາ​ລາ​ຕິນມີຄວາມ​ຫວັງ​ຕະຫຼອດ​ມາ​ວ່າ ຈະ​ສາ​ມາດ​ຮ່ວມ​ກັບ​ຈີນ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່​ງ​ເສັ້ນ​ທາງ" ແລະ​ທ່າ​ທີ​ຂອງ​ຈີນ ກໍ​ໄດ້​ນຳ​ເອົາ​ຄວາມ​ຫວັງ​ໃໝ່​ມາ​ສູ່​ປະ​ຊາ​ຊົນ​ອາ​ເມ​ລິ​ກາ​ລາ​ຕິນ.

    ທ່ານ ຊັງ​ໂຕ​ໂຣ ກ່າວ​ວ່າ, ປະ​ເທດ​ອາ​ເມ​ລິກ​າ​ລາ​ຕິນ ເປັນ​ຫ່ວງຫຼາຍ​ຕໍ່​ລັດ​ທິ​ປົກ​ປ້ອງ​ການ​ຄ້າ​ແລະ​ນະ​ໂຍ​ບາຍ​ຊາວ​ຍ້າຍ​ຖິ່ນ​ຖານ​ຂອງ​ລັດ​ຖະ​ບານ​ອາ​ເມ​ລິ​ກາ, ໃນ​ກອງ​ປະ​ຊຸມ​ລະ​ດັບ​ລັດ​ຖະ​ມົນ​ຕີ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ຈີນ-ອາ​ເມ​ລິ​ກາ​ລາ​ຕິນ​ຄັ້ງ​​ທີ 2 ທ່ານ ວາງຢີ້ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ໄດ້​ຢືນ​ຢັນ​ວ່າ, ຈະ​ຈັດ​ເອົາ​ປະ​ເທດ​ອາ​ເມ​ລິ​ກາລາ​ຕິນ​ທັງ​ໝົດ​ເຂົ້າ​ໃນ​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ", ເຊິ່ງ​ເຮັດ​ໃຫ້​ປະ​ເທດ​ອາ​ເມ​ລິ​ກາ​ລາ​ຕິນ​ຮູ້​ສຶກ​ຕື່ນ​ເຕັ້ນຫຼາຍ. ການ​ທີ່​ຈີນ​ແລະ​ປະ​ເທດ​ອາ​ເມ​ລິ​ກາ​ລາ​ຕິນ​ຮ່ວມ​ກັນ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ບໍ່​ພຽງ​ແຕ່​ຍ້ອນ​ວ່າ​ຈີນ​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ຖາ​ນະ​ຍຸດ​ທະ​ສາດ​ຂອງ​ອາ​ເມ​ລິ​ກາ​ລາ​ຕິນ​ເທົ່າ​ນັ້ນ, ​ຍັງ​ແມ່ນ​ຄວາມ​ປາ​ຖະ​ໜາ​ຂອງ​ປະ​ເທດ​ອາ​ເມ​ລິ​ກາ​ລາ​ຕິນ​ເອງ.

    ທ່ານ ຊັງ​ໂຕ​ໂຣ ເຫັນ​ວ່າ, ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ລາ​ຕິນ ແມ່ນ​ການ​ຮ່ວມ​ມື​ແບບກວ້າງ​ຂວາງ​ ແລະ ລື່ນ​ກາຍ​ພາກ​ພື້ນ​ນ້ອຍ, ການ​ຮ່ວມ​ມືຢູ່​ພາຍ​ໃຕ້​ຂອບ​ "ໜຶ່ງ​ແລວ​ທາງ​ໜຶ່​ງ​ເສັ້ນ​ທາງ" ດັ່ງ​ກ່າວ ແມ່ນ​ເສັ້ນ​ທາງ​ທີ່​ຖືກ​ຕ້ອງ​ຂອງ​ສອງ​ຝ່າຍ​ໃນ​ການ​ພັດ​ທະ​ນາຮ່ວມ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ