ອົ​ສ​ຕ​ຣາ​ລີ​ສົ່ງ​ເຫຼົ້າ​ແວງໄປ​ຈີນ​ເພີ່ມ​ຂຶ້ນ​ຢ່າງຫຼວງຫຼາຍ​ໃນ​ປີ​ຜ່ານ​ມາ
2018-01-24 16:31:29  cri 
    ສະ​ມາ​ຄົມ​ເຫຼົ້າ​ແວງ​ອົ​ສ​ຕ​ຣາ​ລີ ເປີດ​ເຜີຍ​ບົດ​ລາຍ​ງານຫຼ້າ​ສຸດ​ໃນ​ວັນ​ທີ 23 ມັງ​ກອນນີ້​ວ່າ, ເນື່ອງ​ຈາກ​ຄວາມ​ຕ້ອງ​ການ​ຂອງ​ຕະຫຼາດ​ຈີນ​ທີ່​ແຂງ​ແຮງ, ປີ​ຜ່ານ​ມາ, ອົ​ສ​ຕ​ຣາ​ລີ​ໄດ້​ສົ່ງ​ເຫຼົ້າ​ແວງ​ໄປ​ຈີນ​ເພີ່ມ​ຂຶ້ນ 54% ເມື່ອ​ທຽບ​ໃສ່​ປີ 2016 ແລະໄດ້​ບັນ​ລຸ​ເຖິງ 153 ລ້ານ​ລິດ.

    ບົດ​ລາຍ​ງານ​ສະ​ແດງ​ໃຫ້​ເຫັນ​ວ່າ, ປີ​ຜ່ານ​ມາ, ອົ​ສ​ຕ​ຣາ​ລີ​ໄດ້​ສົ່ງ​ເຫຼົ້າ​ແວງ​ອອກ​ຂາຍ​ຕ່າງ​ປະ​ເທດ 800 ລ້ານ​ລິດ ເຊິ່ງ​ເພີ່ມ​ຂຶ້ນ 8% ເມື່ອ​ທຽບ​ໃສ່​ປີ 2016 ແລະ​ບັນ​ລຸ​ມູນ​ຄ່າ​ສົ່ງ​ອອກ 2 ຕື້ 560 ລ້ານ​ໂດ​ລາ​ອົ​ສ​ຕ​ຣາ​ລີ ໄດ້​ເພີ່ມ​ຂຶ້ນ 15% ເຊິ່ງແມ່ນ​ປີ​ທີ່​ເພີ່ມ​ຂຶ້ນຫຼາຍ​ທີ່​ສຸດ​ນັບ​ແຕ່​ປີ 2004 ເປັນ​ຕົ້ນ​ມາ.

    ບົດ​ລາຍ​ງານ​ລະ​ບຸ​ວ່າ, ເບິ່ງ​ຈາກ​ມູນ​ຄ່າ​ສົ່ງ​ອອກ​ແລ້ວ​ເຫັນ​ວ່າ, ແຜ່​ນ​ດິນ​ໃຫຍ່​ຈີນ​ແມ່ນ​ເປົ້າ​ໝາຍ​ສົ່ງ​ອອກ​ເຫຼົ້າ​ແວງ​ໃຫຍ່​ທີ່​ສຸດ​ຂອງ​ອົ​ສ​ຕ​ຣາ​ລີ​ໃນ​ປີ​ຜ່າ​ນ​ມາ, ໂດຍກວມ 33% ຂອງ​ລວມຍອດ​ມູນ​ຄ່າ​ສົ່ງ​ອອກ, ​ຖັດ​ມາ​ແມ່ນ​ອາ​ເມ​ລິ​ກາ ແລະ​ອັງ​ກິດ​ທີ່​​ເປັນ​ອັນ​ດັບ 2 ແລະ 3 ຕາມ​ລຳ​ດັບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ