ປາ​ກິ​ສະຖານ​ປະນາມ​ອາ​ເມ​ລິ​ກາກໍ່ການ​ໂຈມ​ຕີ​ດ້ວຍ​ຍົນ​ບໍ່​ມີ​ຄົນ​ຂັບ​ໃນ​ແດນ​ປະ​ເທດ​ຕົນ
2018-01-25 11:21:51  cri 

ກະຊວງ​ການ​ຕ່າງປະ​ເທດ​ປາ​ກິ​ສະຖານ​ໄດ້​ອອກ​ຖະ​ແຫຼງການ​ໃນ​ວັນ​ທີ 24 ມັງກອນ​ນີ້ ​ໂດຍ​ກ່າວ​ປະນາມ​ "ຄະນະ​ຈັດ​ສົ່ງ​ພິ​ເສດ​ສະໜັບສະໜູນ​ຢ່າງ​ເດັດດ່ຽວ" ທີ່​ນຳພາ​ໂດຍອາ​ເມ​ລິ​ກາ ​ໄດ້​ໃຊ້​ຍົນ​ບໍ່​ມີ​ຄົນ​ຂັບ​ກໍ່​ການ​ໂຈມ​ຕີ​ທາງ​ອາກາດ​ຢູ່​ເຂດ​ກູ​ຣາມ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ປະ​ເທດ​ຕົນ ​ແລະກ່າວວ່າການ​ເຄື່ອນ​ໄຫວ​ຂອງ​ອາ​ເມ​ລິ​ກາ​ຈະ​ກະທົບ​ເຖິງການ​ຮ່ວມ​ມືຕ້ານ​ການ​ກໍ່​ການ​ຮ້າຍ​ລະຫວ່າງ​ສອງ​ປະ​ເທດ.

ກະຊວງ​ການ​ຕ່າງປະ​ເທດ​ປາ​ກິ​ສະຖານ ​ໄດ້​ອອກ​ຖະ​ແຫຼງການ​ຢູ່​ເວັບ​ໄຊ​ທາງ​ການ​ຂອງ​ຕົນ​ໃນ​ຕອນ​ບ່າຍ​ວັນ​ດັ່ງກ່າວ​ວ່າ: ການ​​ເຄື່ອນ​ໄຫວ​ແຕ່​ຝ່າຍ​ດຽວ​ຄື​ດັ່ງກ່າວ​ຂອງ​ອາ​ເມ​ລິ​ກາ ຈະ​ເປັນ​ການ​ທຳລາຍ​ຈິດ​ໃຈ​ການ​ຮ່ວມ​ມື​ຕ້ານ​ການ​ກໍ່​ການ​ຮ້າຍ​ລະຫວ່າງ​ປາ​ກິ​ສະຖານ-ອາ​ເມ​ລິ​ກາ. ປາ​ກິ​ສະຖານ​ໄດ້​ເນັ້ນຄວາມ​ສຳຄັນ​ຂອງ​ການ​ແລກປ່ຽນ​ຂ່າວ​ລັບ​ຕ້ານ​ການ​ກໍ່​ການ​ຮ້າຍ​ຕໍ່​ອາ​ເມ​ລິ​ກາມາ​ໂດຍ​ຕະຫຼອດ ​ເພື່ອ​ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ປາ​ກິ​ສະຖານ​ໃຊ້​ການ​ເຄື່ອນ​ໄຫວ​ທີ່​ເໝາະ​ສົມ​ຕໍ່ກຸ່ມກໍ່​ການ​ຮ້າຍ​​ໃນ​ດິນ​ແດນ​ປະ​ເທດ​ຕົນ​ໂດຍ​ອາ​ໄສ​ກຳລັງ​ປະກອບ​ອາວຸດ​ຂອງ​ຕົນ. ຖະ​ແຫຼງການ​ຍັງ​ລະບຸ​ວ່າ: ປາ​ກິ​ສະຖານ​ໄດ້​ເນັ້ນຫຼາຍ​ເທື່ອ​ແລ້ວ​ວ່າ​ຈະ​ສົ່ງ​ຄືນ​ຊາວ​ອົບ​ພະຍົບລີ້​ໄພ​ຂອງ​ອັຟກາ​ນິສະຖານ​ໃນ​ປະ​ເທດ​ຕົນ ​ເພື່ອ​ປ້ອງ​ກັນ​ພວກ​ກໍ່​ການ​ຮ້າຍ​ທີ່​ແຝງ​ຕົວຢູ່​ກັບ​ຊາວ​ອົບ​ພະຍົບ​ເຫຼົ່ານີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ