ຈັດ​ງານລາ​ຕີ​ແຫ່ງ​ທຽນ​ສິນ​ຂອງກອງ​ປະ​ຊຸມ​ເວ​ທີ​ປຶ​ກ​ສາ​ຫາ​ລື​ດາ​ວໍ​ສ໌​ປີ 2018
2018-01-25 16:42:53  cri 


ຕາມ​ຂ່າວCRI: ຕອນ​ຄ່ຳ​ວັນ​ທີ 24 ມັງ​ກອນ​ນີ້ຕາມ​ເວ​ລາ​ທ້ອ​ງ​ຖິ່ນ, "​ງານລາ​ຕີ​ແຫ່ງກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ດາ​ວໍ​ສ໌​ລະ​ດູ​ຮ້ອນ​ທຽນ​ສິນ" ທີ່​ອົງ​ການ​ປົກ​ຄອງ​ປະ​ຊາ​ຊົນ​ນະ​ຄອນ​ທຽນ​ສິນ​ເປັນ​ເຈົ້າ​ພາບ​ໄດ້​ຈັດ​ຂຶ້ນ​ຢູ່​ສູນ​ປະ​ຊຸມ​ດາ​​ວໍສ໌​ຂອງ​ປະ​ເທດສະ​ວິ​​ສ ສາ​ມາດ​ດຶງ​ດູດ​ແຂກ​​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຫຼາຍ​ຮ້ອຍ​ຄົນ​ໄປ​ຊິມ​ອາ​ຫານ​ທຽນ​ສິນ ແລະສຳ​ຜັດ​ກັບ​ບັນ​ຍາ​ກາດ​ຈີນ. ທ່ານ ຄ​ລາວ​ສ໌ ຊະ​ວາບ ປະ​ທານ​ຜູ້​ບໍ​ລິ​ຫານ​ງານ​ທັງ​ເປັນ​ຜູ້​ກໍ່​ຕັ້ງເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ໂລກ​ເຂົ້າ​ຮ່ວມ​ແລະ​ກ່າວ​ຄຳ​ປາ​ໄສ.
1  2  3  4  5  6  7  8  9  10  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ