ອາເມລິກາອອກມາດຕະການຂວ້ຳບາດໃໝ່ຕໍ່ ສປປ ເກົາຫຼີ
2018-01-25 15:35:33 cri
ວັນທີ 24 ມັງກອນນີ້, ກະຊວງການເງີນອາເມລິກາອອກຖະແຫຼງການວ່າ: ອາເມລິກາຈະຂວ້ຳບາດຫຼາຍວິສາຫະກິດ, ເອກະຊົນ ແລະເຮືອ ເນື່ອງຈາກສົງໄສວ່າໄດ້ສະໜັບສະໜູນ ສປປ ເກົາຫຼີພັດທະນາໂຄງການຄົ້ນຄວ້າອາວຸດນິວເຄຼຍ. ແລະຖືເປັນການຕອບໂຕ້ ສປປ ເກົາຫຼີທີ່ກຳລັງດຳເນີນການຄົ້ນຄວ້າອາວຸດລ້າງຜານຂະໜາດໃຫຍ່ ແລະຈະສືບຕໍ່ລະເມີດມະຕິທີ່ກ່ຽວຂ້ອງຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ, ອາເມລິກາໄດ້ຂວ້ຳບາດວິສາຫະກິດ 9 ບໍລິສັດ, ບຸກຄົນ 16 ຄົນ ແລະເຮືອ 6 ລຳ. ຕາມກົດລະບຽບຂອງອາເມລິກາ, ຖ້າຖືກຂວ້ຳບາດແລ້ວ ຈຳນວນຊັບສິນຕ່າງໆຂອງບຸກຄົນ ແລະວິສາຫະກິດພາຍໃນອາເມລິກາຈະຖືກອາຍັດ ແລະພົນລະເມືອງອາເມລິກາບໍ່ສາມາດສືບຕໍ່ເຮັດທຸລະກິດຮ່ວມກັບບຸກຄົນ ແລະວິສາຫະກິດທີ່ຖືກຂວ້ຳບາດດັ່ງກ່າວ.