ລັດຖະມົນຕີ​ກະຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ ​ແລະ​ຣັດ​ເຊຍ​ປຶກສາ​ຫາລື​ບັນຫາ​ຊີ​ຣີ
2018-01-25 15:38:04  cri 
ວັນ​ທີ 24 ມັງກອນ​ນີ້, ທ່ານ​ເຣກສ ຕິ​ເລິ​ຊັນ ​ລັດຖະມົນຕີ​ກະຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາລົມ​ໂທລະສັບ​ກັບ​ທ່ານ ​ເຊີ​ເກ ລັຟ​ໂຣຟ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຣັດ​ເຊຍ​ເພື່ອປຶກສາ​ຫາລື​ການປະ​ທະ​ກັນຢູ່​ຊີຣີ ​ແລະ​ບັນຫາ​ອື່ນໆ.

ທ່ານຮັດ​ເທີ ນໍ​ເອີ​ດທ ​ໂຄສົກ​ກະຊວງ​ການ​ຕ່າ​ງປະ​ເທດ​ອາ​ເມ​ລິ​ກາ​ໄດ້​ປະ​ກາດ​ວ່າ: ​ບັນຫາ​ຊີຣີ, ສອງ​ຝ່າຍ​ໄດ້​ປຶກສາ​ຫາລືວ່າ: ຣັດ​ເຊຍ​ຄວນ​ເສີມ​ຂະຫຍາຍ​ບົດ​ບາດ​ແນວ​ໃດ ​ເພື່ອ​ຮັບປະກັນໃຫ້​ລັດຖະບານຊີຣີສາມາດ​ເສີມ​ຂະຫຍາຍ​ບົດ​ບາດ​ທີ່ສ້າງ​ສັນ​ໃນ​ຂະ​ບວນການ​ເຊີ​ແນວ, ນອກຈາກ​ນີ້, ສອງ​ຝ່າຍ​ຍັງ​​ໄດ້ປຶກສາ​ຫາລື​ສະພາບ​ການຢູ່​ແຫຼມເກົາຫຼີອີກ​ດ້ວຍ.

ກະຊວງ​ການ​ຕ່າງປະ​ເທດຣັດ​ເຊຍ​ໄດ້​ປະກາດ​ວ່າ: ສອງ​ຝ່າຍ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ສະຖຽນ​ນະ​ການ​ຢູ່ຊີຣີ ກວມ​ເອົາ​ຕວກກີທີ່ໂຈມ​ຕີກຸ່ມ​ປະກອບ​ອາວຸດ​ເຄີດິສຕັນທາງ​ພາກ​ເໜືອ​ຊີຣີ ​ແລະ​ກອງ​ປະຊຸມ​ເຈລະຈາ​ທົ່ວ​ປະ​ເທດ​ຊີຣີທີ່​ຈະ​ຈັດ​ຂຶ້ນ​ຢູ່ນະຄອນ​ໂຊ​ຈີ​ຂອງຣັດ​ເຊຍ​ໃນ​ໄວໆນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ