ນັກ​ເຕັ້ນ​ບາ​ເລ​ທີ່​ມີ​ອາຍຸ​ສະ​ເລ່ຍ 55 ປີ
2018-01-25 16:22:00  cri 

ກອງ​​ເຕັ້ນ​ບາ​ເລ​ຂອງ​ຫໍ​ວັດທະນະ​ທຳ​ເຂດ​ຈີ່ນສູຍ​ນະ​ຄອນ​ເຈີ້​ງ​ໂຈ່​ແຂວງ​ເຮີ​ນານ​ສ້າງ​ຕັ້ງ​ຂຶ້ນ​ໃນ​ເດືອນ​ມີນາ​ປີ 2017 ​ເຊິ່ງທຳ​ອິດມີ​ສະມາຊິກ 18 ຄົນ​, ລ້ວນ​ແຕ່​ເປັນ​​ແມ່ຍິງ​ທີ່​ມັກ​​ ແຕ່​ບໍ່​ເຄີຍ​ເຕັ້ນ​ບາ​ເລມາ​ກ່ອນ ​ແລະ​ມີ​ອາຍຸ​ສະ​ເລ່ຍ 55 ປີ, ​ຜູ້ທີ່​ມີ​ອາຍຸ​ສູງ​ສຸດ​ແມ່ນ 62 ປີ. ກອງ​ບາ​ເລ​ນີ້​ເປັນ​ກອງ​​ເຕັ້ນ​ບາ​ເລ​ພຽງ​ໜຶ່ງ​ດຽວ​ທີ່​ປະກອບ​ດ້ວຍ​ແມ່ຍິງ​ທີ່​ມີ​ອາຍຸ​​ໄວ​ກາງ ​ແລະສູງ​ຢູ່​ແຂວງ​ເຮີ​ນານ.
​ແມ່ຍິງ​ດັ່ງກ່າວ​ເຕັ້ນບາ​ເລ​ເພື່ອ​ຮັກສາຄວາມ​ໜຸ່ມ​ແໜ້ນ​ຂອງ​ພວກ​ເພີ່ນ ​ແລະ​ບອກ​ຜູ້​ມີ​ອາຍຸ​ສູງຄິດ​ໃນ​ທາງ​ບວກສະ​ເໜີ.

1  2  3  4  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ