ຕົ້ນ Taxus chinensis ອາ​ຍຸ​ພັນ​ປີ​ໄດ້​ຖືກຂະ​ໜານ​ນາມ​ວ່າ "ລາ​ຊາ​ຕົ້ນ​ໄມ້"
2018-01-25 16:15:30  cri 


ຢູ່​ເມືອງ​ໂຈ່ວ​ເມີນ​ຊື່​ນະ​ຄອນ​ຈື່​ຊິ່ງ​ແຂວງ​ຮູ​ນານ ສ​ປ ຈີນ ມີ​ຕົ້ນ​ Taxus chinensis ພາກ​ໃຕ້​ຕົ້ນ​ໜຶ່ງ​ທີ່​ມີ​ອາ​ຍຸ​ໜຶ່ງ​ພັນ​ກວ່າ​ປີ​ແລ້ວ, ​ຕົ້ນ​ Taxus chinensis ຕົ້ນ​ນີ້​ມີ​ລຳ​ຕົ້ນ​ໃຫຍ່​ມະ​ຫາ​ສານ, ກິ່ງ​ງ່າ​ໃບ​ໄມ້​ຢູ່​ທາງ​ເທິງ​ກໍ​ໃຫຍ່​ເໝືອນ​ເມກ, ​ລຳ​ຕົ້ນ​ມີເສັ້ນ​ຜ່ານ​ສູນ​ກາງ 6,3 ແມັດ, ຕ້ອງ​ມີ​ຜູ້​ໃຫຍ່ 6-7 ຄົນ​ຈັບ​ມື​ຕໍ່​ກັນຈຶ່ງກອດ​ອ້ອມ​ໄດ້. ຫວ່າງມໍ່ໆ​ນີ້, ຕົ້ນ​ສຳ​ສາ​ຕົ້ນ​ນີ້ ໄດ້​ຮັບ​ການ​ປະ​ກາດ​ວ່າ​ເປັນ "ລາ​ຊາ​ຕົ້ນ​ໄມ້​ແຂວງ​ຮູ​ນານ".
ຕົ້ນ Taxus chinensis ​ຊະ​ນິດນີ້​ແມ່ນ​ຕົ້ນ​ໄມ້​ອະ​ນຸ​ລັກ​ລະ​ດັບ​ໜຶ່ງ​ຂອງ​ຊາດ, ​ຖືກ​ຂະ​ໜານ​ນາມ​ວ່າ ເປັນ "ໝີ​ແພນ​ດາ​ທາງ​ພືດ" ແລະ​ແມ່ນ​ພືດທຳ​ມະ​ຊາດ​ທີ່​ສາ​ມາດ​ປ້ອງ​ກັນ​ມະ​ເຮັງ​ແລະ​ຕ້ານ​ມະ​ເຮັງ​ທີ່​ຫາ​ຍາກ​ອີກ​ດ້ວຍ.

1  2  3  4  5  6  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ