ອາ​ຟ​ຣິກ​ກາ​ຈະ​ບໍ່​ມິດ​ງຽບ​ຕໍ່​ຖ້ອຍ​ຄຳ​ທີ່​ບໍ່​ຖືກ​ຕ້ອງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີອາ​ເມ​ລິ​ກາ
2018-01-26 11:16:26  cri 
ທ່ານ​ໂມ​ຊາ ຟາ​ກີ ປະ​ທານ​ຄະ​ນະ​ກຳ​ມະ​ການ​ສະ​ຫະ​ພາບ​ອາ​ຟ​ຣິກ​ກາ​ຢືນ​ຢັນ​ໃນ​ວັນ​ທີ 25 ມັງ​ກອນ​ນີ້​ວ່າ: ແຜ່ນ​ດິນ​ໃຫຍ່​ອາ​ຟ​ຣິກ​ກາ​ຈະ​ບໍ່​ມິດ​ງຽບ​ຕໍ່​ຖ້ອຍ​ຄຳ​ທີ່​ບໍ່​ຖືກ​ຕ້ອງ​ໃນ​ການ​ເວົ້າ​ດູ​ຖູກປະ​ເທດ​ອາ​ຟ​ຣິກ​ກາ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ.

ສື່ມວນ​ຊົນ​ສຳ​ຄັນ​ຫຼາຍ​ສຳ​ນັກ​ຂອງ​ອາ​ເມ​ລິ​ກາ​ໄດ້​ລາຍງ​ານວ່າ: ໃນ​​ເວ​ລາທ່ານ​ໂດ​ນັນ​ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ຫາ​ລື​ການ​ປະ​ຕິ​ຮູບ​ລະ​ບົບ​ຊາວ​ອົບ​ພະ​ຍົບ​ກັບ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ບາງ​ທ່ານ​ໃນ​ວັນ​ທີ 11 ມັງ​ກອນ​ນີ້, ທ່ານ​ທ​ຣຳ​ໄດ້​ກ່າວ​ເຖິງ​ປະ​ເທດ​ໄຮ​ຕີ​ແລະ​ປະ​ເທດ​ອາ​ຟ​ຣິກ​ກາໂດຍດ​ທ້ວງ​ຖາມ​ວ່າ ເປັນ​ຫຍັງ​ອາ​ເມ​ລິ​ກາ​ຈິ່ງ​ຕ້ອງ​ຮັບ​ເອົາ​ຊາວ​ອົບ​ພະ​ຍົບ​ຈາກ​ປະ​ເທດ "ເປີ​ເປື້ອນ"​ເຫຼົ່າ​ນີ້ ທັງ​ຢືນ​ຢັນ​ວ່າ ອາ​ເມ​ລິ​ກາ​ຄວນ​ຮັບ​ເອົາ​ຊາວ​ອົບ​ພະ​ຍົບ​ຈາກ​ປະ​ເທດ​ອື່ນ​ຄື​ນັອກ​ແວໃຫ້ຫຼາ​ຍ​ຂຶ້ນ.

ຖ້ອຍ​ຄຳ​ດັ່ງ​ກ່າວ​ຂອງ​ທ່ານ​ໂດ​ນັນ​ທ​ຣຳ​ໄດ້​ຖືກບຸກ​ຄົນ​​ໃນລັດ​ຖະ​ບານ​ແລະ​ສັງ​ຄົມ​ອາ​ເມ​ລິ​ກາ​ກໍ​ຄື​ປະ​ຊາ​ຄົມ​ໂລ​ກາ​ຕຳ​ໜິ​ຢ່າງ​ຮຸນ​ແຮງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ