ທິວ​ທັດ​ສວຍ​ງາມ​ຢູ່​ພູ​ອູ​ຕ່າງຫຼັງ​ຫິ​ມະ​ຕົກ
2018-01-26 16:00:56  cri 

ພູ​ອູ​​ຕ່າງ ເຊິ່ງ​ເປັນປູ​ຊະ​ນິ​ຍະ​ສະ​ຖານ​ສາ​ສະ​ໜາ​ເຕົ໋າ ​ຢູ່ເມືອງ​ສື​ຢ້ຽນ ແຂວງ​ຫູ​ເປີຍ ສ​ປ ຈີນ​ໄດ້​ມີ​ຫິ​ມະ​ຕົກ​ໃນ​ວັນ​ທີ 24 ມັງ​ກອນ​ນີ້. ອາ​ຄາ​ນ​ແບບ​ບູ​ຮານ​ແລະ​ຕົ້ນ​ໄມ້​ເທິງ​ພູ​ປົກ​ຫຸ້ມ​ໄປ​ດ້ວຍ​ຫິ​ມະ​ຂາວ​ຈ່ານ​ຜ່ານ ເຮັດ​ໃຫ້​ທິວ​ທັດ​ຂອງ​ພູ​ອູ​ຕ່າງ ​ສວຍ​ສົດ​ງົດ​ງາມ​ປານ​ຮູບ​ແຕ້ມ.ຂ່າວ​ແຈ້ງ​ວ່າ, ເລີ່ມ​ແຕ່​ກາງ​ຄືນ​ວັ​ນ​ທີ 23 ເປັນ​ຕົ້ນ​ມາ, ແຂວງ​ຫູ​ເປີຍ​ໄດ້​ມີ​ຝົນ​ແລະຫິ​ມະ​ຕົກ ເຊິ່ງ​ເປັນ​ຫິ​ມະ​ແລະ​ຝົນ​ຕົກ​ ບໍ​ລິ​ເວນກວ້າງເປັນ​ຮອບ​ທີສອງ​​ຢູ່​ແຂວງ​ດັ່ງ​ກ່າວ​ນັບ​ແຕ່​ຕົ້ນ​ປີ​ນີ້​ເປັນ​ຕົ້ນ​ມາ.

1  2  3  4  5  6  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ