ສປ ຈີນ ໃຫ້ການຊ່ວຍເຫຼືອດ້ານເຕັກນິກ ໂທລະພາບແຫ່ງຊາດລາວ ຊ່ອງ 3
2018-01-26 16:33:40  cri 

  

ພິທີເຊັນສັນຍາການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອລ້າໃນການຍົກລະດັບທາງດ້ານເຕັກນິກໂທລະພາບແຫ່ງຊາດລາວ ຊ່ອງ 3
ຈາກລັດຖະບານ ສປ ຈີນ​ໄດ້​ຈັດ​ຂຶ້ນ ໃນວັນທີ 26 ມັງກອນ 2018ນີ້, ຢູ່ໂທລະພາບແຫ່ງຊາດລາວ ຊ່ອງ 3 ລົງນາມ ໃນຄັ້ງນີ້
ຕາງໜ້າໂທລະພາບແຫ່ງຊາດລາວ ຊ່ອງ 3 ໂດຍທ່ານ ບຸນເຈົ້າ ພິຈິດ ຜູ້ອຳນວຍການໂທລະພາບແຫ່ງຊາດລາວ ແລະ ຕາງໜ້າ
ລັດຖະບານ ສປ ຈີນ ທ່ານ ຫວ່າງ ຊີຮຸຍ ທີ່ປຶກສາດ້ານທຸລະກິດ ແລະ ການຄ້າຂອງສະຖານທູດຈີນ ປະຈຳລາວ . ໂດຍ​ມີ​ທ່ານ
ບຸນເພັງ ສຸພາບ ຮອງຫົວໜ້າຫ້ອງການກະຊວງຖະແຫລງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ແຄນທອງ ສີສຸວົງ ຮອງຫົວ
ໜ້າຄະນະກໍາມະການຮ່ວມມືລາວ-ຈີນ ພ້ອມພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນ​ສັກ​ຂີ​ພິ​ຍານ​ໃນ​ຄັ້ງ​ນີ້.


  ໂອກາດນີ້ ທ່ານ ບຸນເຈົ້າ ພິຈິດ ກ່າວວ່າ: ໂຄງການດັ່ງກ່າວແມ່ນຈະໄດ້ເລີ່ມຈັດຕັ້ງປະຕິບັດ ກ່ອນວັນທີ 31 ມັງ​ກອນ 2018ນີ້
ແລະ ຈະໃຫ້ສໍາເລັດຜົນພາຍໃນ 9 ເດືອນ ພາຍຫລັງສໍາ​ເລັດ ຈະມີຊ່ຽວຊານຕິດຕາມເປັນເວລາ 3 ປີ ເຊິ່ງຝ່າຍຈີນຈະໄດ້ເຝິກອົບ
ຮົມນັກວິຊາການໃຫ້ຝ່າຍ ລາວ ເພື່ອໃຫ້ສາມາດນໍາໃຊ້ ແລະ ຄວບຄຸມອຸປະກອນເຕັກນິກແລະຊ່ວຍຍົກລະດັບບາງ ດ້ານ ກ່ຽວກັບ
ເຕັກນິກ​ໃຫ້ເປັນ​ລະ​ບົບ HD ໃນການຜະລິດຄົບຊຸດເຊັ່ນ: ປັບປຸງຍົກລະດັບສະຕູດີໂອ, ອຸປະກອນການຕັດຕໍ່, ການຖ່າຍທໍາ, ການ
ອອກອາກາດ, ການຖ່າຍທອດສົດລະບົບ HD, ອຸປະກອນການອອກອາກາດແບບພົກພາ ແລະ ອື່ນໆ.

  ໃນການ ຮ່ວມມື ແລະ ຊ່ວຍເຫຼືອຂອງ ສປ ຈີນ ໃຫ້ ສປປ ລາວ ຂອງໂຄງການດັ່ງກ່າວນີ້ຈະເປັນການປະກອບສ່ວນໃນການ
ຍົກລະດັບການພົວພັນຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງສອງຊາດລາວ-ຈີນ ເວົ້າລວມ ເວົ້າສະເພາະກໍ່ແມ່ນ ການຮ່ວມມືຊ່ວຍ
ເຫຼືອໃນຂົງເຂດໂທລະພາບ ແລະ ສື່ມວນຊົນ 2 ປະເທດ ລາວ-ຈີນ ໃຫ້ມີການພັດທະນາຂຶ້ນເປັນກ້າວໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ