ອີຣານຈະບໍ່​ດຳ​ເນີນ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ແຜນການ​ຂີ​ປະ​ນາ​ວຸດ​ກັບປະ​ເທດ​ໃດໆ
2018-01-26 16:59:04  cri 
ຕາມ​ຂ່າວCRI: ທ່ານ​ອາ​ເລ​ດິນ ​ໂບຣູ​ເຈີ​ດີ ປະທານ​ຄະນະກຳມາ​ທິການ​ນະ​ໂຍບາຍ​ທາງ​ການຕ່າງປະ​ເທດ ​ແລະ​ຄວາມ​ໝັ້ນຄົງ​ແຫ່ງຊາດຂອງ​ສະພາ​ອິດສະ​ລາມອີຣານ​ເນັ້ນ​ວ່າ: ​ປະ​ເທດ​ຕົນຈະ​ບໍ່​ດຳ​ເນີນ​ການ​ເຈລະຈາ​ກ່ຽວ​ກັບ​​ແຜນການ​ຂີ​ປະ​ນາ​ວຸດ​ກັບປະ​ເທດ​ໃດ​ໆ.

ທ່ານ​ອະ​ລະ​ດິນ ​ໂບຣູ​ເຈີ​ດີ​ເນັ້ນ​ຕື່ມ​ວ່າ: ປະ​ເທດ​ຕົນ​ຄັດຄ້ານ​ການ​ນຳ​ໃຊ້​ອາວຸດ​ທີ່​ມີ​ແສນ​ຍານຸພາບລ້າງຜານສູງ ​ໂດຍ​ສະ​ເພາະ​ອາວຸດ​ນິວ​ເຄຼຍຢ່າງ​ເດັດດ່ຽວ. ສະ​ນັ້ນ, ຊ່ອງ​ທາງປ້ອງ​ກັນການ​ຮຸກ​ຮານ​ຂອງສັດຕູ​ພຽງທາງ​ດຽວ​ກໍ​ຄື​ເພີ່ມ​ທະວີ​ຄວາມ​ສາມາດດ້ານ​ຂີ​ປະ​ນາ​ວຸດຂອງ​ຕົນ ​ເຊິ່ງ​ເປັນ​ນະ​ໂຍບາຍ​ທີ່ບໍ່​ສາມາດ​ເຈລະຈາ​ກັບປະ​ເທດ​ໃດໆ​ໄດ້.

ທ່ານ​ກ່າວ​ຕໍ່​ໄປວ່າ: ພາຍຫຼັງ​ທ່ານ​ໂດ​ນັນ ​ທຣຳ ປະທານາທິບໍດີ​ອາ​ເມ​ລິ​ກາ​ດຳ​ລົງຕຳ​ແໜ່​ງ​ແລ້ວ ​ໄດ້​ຂົ່ມຂູ່​ຫຼາຍ​ເທື່ອ​ແລ້ວ​ວ່າ​ຈະ​ຖອນ​ອອກ​ຈາກ​ສັນຍາ​ນິວ​ເຄຼຍອີຣານ, ​ແຕ່​ສະຫະພາບ​ເອີຣົບຄັດຄ້ານ​ຕໍ່​ການ​ກະທຳຂອງ​ລັດຖະບານ​ທຣຳ ​ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ສະຫະພາບ​ເອີຣົບ​ແມ່ນ​ຈັດ​ຕັ້ງ​ປະຕິບັດ​ພາຍ​ໃຕ້​ຂອບ​ເຂດ​ເພື່ອ​ຜົນ​ປະ​​ໂຫຍ​ດຂອງ​ຕົນ ​ແລະ​ມີ​ຄວາມຄິດ​ທີ່​ແຕກ​ຕ່າງ​ກັນ​ກັບ​ອາ​ເມ​ລິ​ກາ​ໃນ​ບັນຫາ​ນິວ​ເຄຼຍອີຣານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ