ກະ​ຊວງ​ການ​ເງິນ​ອາ​ເມ​ລິ​ກາ​ປະ​ກາດ​ໃຊ້ມາດ​ຕະ​ການ​ຂວ້ຳ​ບາດ​ຮອບ​ໃໝ່​ຕໍ່​ຣັດ​ເຊຍ
2018-01-27 14:12:26  cri 
ວັນ​ທີ 26 ມັງ​ກອນ​ນີ້, ກະ​ຊວງ​ການ​ເງິນ​ອາ​ເມ​ລິ​ກາ​ໄດ້​ປະ​ກາດ​ໃຊ້​ມາດ​ຕະ​ການ​ຂວ້ຳ​ບາດ​ຕໍ່ວິ​ສາ​ຫະ​ກິດ 9 ແຫ່ງ ແລະ 21ຄົນ, ເພື່ອ​ເພີ່ມ​ຄວາມ​ກົດ​ດັນ​ຕໍ່​ຣັດ​ເຊຍ​ໃນ​ບັນ​ຫາ​ອຸຍ​ແກຼນ ແລະກຼຶມ.

ມື້​ດຽວ​ກັນ, ເຈົ້າ​ໜ້າ​ທີ່ກະ​ຊວງ​ການ​ເງິນ​ອາ​ເມ​ລິ​ກາ​ຖະ​ແຫຼງວ່າ, ຈຸ​ດ​ປະ​ສົງ​ຂອງ​ມາດ​ຕະ​ການ​ຂວ້ຳ​ບາດ​ຮອບ​ໃໝ່​ແມ່ນ​ເພື່ອ ຮັກ​ສາ​ຄວາມ​ກົດ​ດັນ​​ທາງຂວ້ຳ​ບາດ​ຕໍ່​ຣັດ​ເຊຍ, ຈົນ​ຮອດ​ຣັດ​ເຊຍ​ປະ​ຕິ​ບັດ​ຕາມ​ສັນ​ຍາ​ມິ​ນສ໌​ກ໌​ຢ່າງ​ເຕັມ​ສ່ວນ.

ສຳ​ລັບ​ເລື່ອງ​ນີ້, ຕອນ​ຄ່ຳ​ວັນ​ທີ 26 ມັງ​ກອນ​ນີ້, ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ໄດ້​ອອກ​ຖະ​ແຫຼງ​ການ​ໃນ​ເວັບ​ໄຊ​ທາງ​ການ​ວ່າ, ອາ​ເມ​ລິ​ກາ​ຢາກ​ຢຸດ​ຕິ​ການ​​ໄປ​ມາ​ຫາ​ສູ່​ກັນ​ດ້ານ​ເສດ​ຖະ​ກິດ ແລະ​ດ້ານ​ອື່ນໆ​ກັບ​ຣັດ​ເຊຍ​ນັ້ນ​ເປັນ​ສິດ​ທິ​ຂອງ​ອາ​ເມ​ລິ​ກາ, ຣັດ​ເຊຍ​ກໍ​ຈະ​ສະ​ຫງ​ວນ​ສິດ​ທິ​ຕອບ​ໂຕ້​ຄືນ. ການ​ຂວ້ຳ​ບາດ​ຂອງ​ອາ​ເມ​ລິ​ກາ​ ​ຈະ​ບໍ່​ມີ​ຄວາມ​ໝາຍຫຍັງ​ເລີຍ, ຫາກ​ຈະ​ເຮັດ​ໃຫ້​ວິ​ສາ​ຫະ​ກິດ​ຂອງ​ອາ​ເມ​ລິ​ກາ​ປະ​ສົບຜົນ​ເສຍ​ຫາຍ​ດ້ານ​ເສດ​ຖະ​ກິດ.

ນັບແຕ່​ຕົ້ນ​ປີ 2014 ເປັນ​ຕົ້ນ​ມາ, ໂດຍ​ປິ່ນ​ອ້ອມ​ບັນ​ຫາ​ອຸຍ​ແກຼນ ແລະ ບັນ​ຫາ​ກຼຶມ, ອາ​ເມ​ລິ​ກາ ແລະ ຣັດ​ເຊຍ​ໄດ້​ໃຊ້​ມາດ​ຕະ​ການ​ຂວ້ຳ​ບາດ​ຕໍ່​ກັນ, ​ຈົນເຮັດ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຕົກ​ເຂົ້າ​ສູ່​​ສະ​ພາບ​ເຄັ່ງ​ຕຶງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ