ປະ​ທານ​ສ​ປ​ຊ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ຕອບ​ຮັບ​ຂໍ້​ລິ​ເລີ່ມ "​ຢຸດ​ຍິງ​ເພື່ອໂອ​ລິມ​ປິກ"
2018-01-27 15:04:23  cri 
ວັນ​ທີ 26 ມັງ​ກອນ​ນີ້, ທ່ານ​ມີ​ໂຮ​ສ​ລັ​ຟ ລາ​ຊັກ ປະ​ທານ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ສະ​ໄໝ​ທີ 72 ໄດ້​​ອອກ​ຖະ​ແຫຼງ​ການ​ໂດຍ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປ​ະ​ເທດ​ສະ​ມາ​ຊິກ​ຈົ່ງ​ຕອບ​ຮັບ​ຂໍ້​ລິ​ເລີ່ມ "ຢຸດ​ຍິງ​ເພື່ອ​ໂອ​ລິມ​ປິກ"​ໃນ​ໄລ​ຍະ​ງານ​ມະ​ຫາ​ກຳ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ແລະ​ງານ​ມະ​ຫາ​ກຳ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ເມືອງ​ພຽງ​ຊາງ ສ​ ເກົາຫຼີ​ໃນ​ປີ​ນີ້.

ໃນ​ກອງ​ປະ​ຊຸມ​ຄົບ​ຄະ​ນະ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ທີ່​ຈັດ​ຂຶ້ນ​ໃນວັນ​ທີ 26 ມັງ​ກອ​ນນີ້, ທ່ານ​ລາ​ຊັກ​ໄດ້​ຂຶ້ນ​ອ່ານ​ບົດ​ຖະ​ແຫຼງການ​ຂອງ​ຕົນ​ວ່າ: ໃນ​ຖາ​ນະ​ເປັນ​ປະ​ທານ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ສະ​ໄໝ​ທີ 72, ຕົ​ນ​ຂໍ​ຮຽກ​ຮ້ອງ​ຢ່າງ​ເຄັ່ງ​ຂຶມ​ໃຫ້​ທຸກ​ປະ​ເທດ​ສະ​ມາ​ຊິກ​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ທີ່​ປະ​ເທດ​ຕົນ​ໃຫ້​ໄວ້​ວ່າ: ຈະ​ຢຸດ​ຍິງ​ໃນ​ໄລ​ຍະ​ງານ​ມະ​ຫາ​ກຳ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ແລະ​ງານ​ມະ​ຫາ​ກຳ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູໜາວ​ທີ່​ພຽງ​ຊາງ ສ​ເກົາຫຼີ 2018ໂດຍ​ປະ​ຕິ​ບັດ​ຕົວ​ຈິງ​ໃນ​ການ​ສົ່ງ​ເສີມ​ສັນ​ຕິ​ພາບ​ແລະ​ຄວາມ​ປອງດອງ​ກົມ​ກຽ​ວ​ກັນ​ໃນ​ທ້ອງ​ຖິ່ນ, ປະ​ເທດ, ພາກ​ພື້ນ​ກໍ​ຄື​ໃນ​ຂ​ອບ​ເຂດ​ທົ່ວ​ໂລກ. ຂະ​ນະ​ດຽວ​ກັນ, ທ່ານ​ລາ​ຊັກ​ຍັງ​ໄດ້​ຮຽກ​ຮ້ອງ​ໃຫ້​ທຸກ​ຝ່າຍ​ທີ່​ຍິງ​ປະ​ທະ​ກັນ​ໃນ​ທົ່ວ​ໂລກ​ຈະ​ເຫັນ​ດີ​​ດ້ວ​ຍ​ຄວາມ​ເດັດ​ຂາດໃນ​ການ​ປະ​ຕິ​ບັດ​ການ​ຢຸດ​ຍິງໃນ​ໄລ​ຍະ​ງານ​ກິ​ລາໂອ​ລິມ​ປິກ​ຢ່າງ​ແທ້​ຈິງ​ເພື່ອ​ສ້າງ​ໂອ​ກາດ​ໃຫ້​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກັນ​ດ້ວຍ​ສັນ​ຕິ​ວິ​ທີ​.

ວັນ​ທີ 13 ພະ​ຈິກ​ປີ 2017 ຜ່ານ​ມາ, ກອງ​ປະ​ຊຸມສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປ​ະ​ຊາ​ຊາດ​ໄດ້​ຜ່ານ​ມະ​ຕິ​ໃນ​ການ​ເລັ່ງ​ທວງ​ໃຫ້​ທຸ​ກ​ປະ​ເທດ​ສະ​ມາ​ຊິກ​ປະ​ຕິ​ບັດ​ການ​ຢຸດ​ຍິງ​ແຕ່​ຝ່າຍ​ດຽວຫຼື​ທຸກ​ຝ່າຍຢຸດ​ຍິງ​ພ້ອມ​ກັນ​ໃນ​ໄລ​ຍະ​ກ່ອນ​ພິ​ທີ​ເປີດ​ງານ​ໂອ​ລິມ​ປິກ​ລະ​ດູ​ໜາວ 7 ວັນ​ຕະຫຼອດ​ຮອດ 7 ວັນຫຼັງ​ປິດ​ງານ​ໂອ​ລິມ​ປິ​ກ​ຄົນ​ພິ​ການ​ລະ​ດູ​ໜາວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ