ເລ​ຂາ​ທິ​ການ​ໃຫຍ່​ສ​ປ​ຊ​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ໂລກ​ສະ​ກັດ​ກັ້ນ​ບໍ່​ໃຫ້​ຄວາມ​​ບາດ​ໝາງແຜ່​ຂະ​ຫຍາຍ
2018-01-27 15:31:40  cri 

ວັນ​ທີ 26 ມັງ​ກອນ​ນີ້​ຢູ່​ສູນ​ລະ​ນຶກ​ເຫດ​ການ​ສັງ​ຫານ​ໝູ່​ນະ​ຄອນຫຼວງ​ບູ​ດາ​ແປັ​ສ​ປະ​ເທດ​ຮົງ​ກາ​ຣີ, ປະ​ຊາ​ຊົນ​ຮົງ​ກາ​ຣີ​ໄວ້​ອາ​ໄລ​ເຖິງ​ຜູ້​ເສຍ​ຊີ​ວິດ​ຈາກ​ເຫດ​ການ​ສັງ​ຫານ​ໝູ່.

​​ກ່ອນ​ວັນ​ລະ​ນຶກ​ເຫດ​ການ​ສັງ​ຫານ​ໝູ່ສາ​ກົນ​ຈະ​ມາ​ເຖິງ, ທ່ານ​ແອນ​ໂຕ​ນີ​ໂອ ກູ​ເຕີ​ເຣັ​ສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ປະ​ກອບ​ຄຳ​ເຫັນ​ຜ່ານ​ທາງວິ​ດີ​ໂອໂດຍ​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ໂລກ​ຮ່ວມກັນ​ສະ​ກັດ​ກັ້ນ​ບໍ່​ໃຫ້​ຄວາມ​ບາດ​ໝາງ​ແຜ່​ຂະ​ຫຍາຍ.

ວັນ​ທີ 27 ມັງ​ກອນ​ເປັນ​ວັນ​ລະ​ນຶກ​ເຫດ​ການ​ສັງ​ຫານ​ໝູ່ ສາ​ກົນ. ທ່ານ​ກູ​ເຕີ​ເຣັ​ສ ​ກ່າວ​ວ່າ, ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄວ້​ອາ​ໄລ​ເຖິງ​​ຊາວ​ຢິວ​6 ລ້ານ​ຄົນທີ່​ເສຍ​ຊີ​ວິດ​​ໃນ​ເຫດ​ການ​ສັງ​ຫານ​ໝູ່, ​ແລະ​ຍັງ​ມີ​ຄົນ​ຈຳ​ນວນຫຼວງຫຼາຍ​ຈົນ​ນັບ​ບໍ່​ຖ້ວນເສຍ​ຊີ​ວິດໃນ​ຍຸກ​ແຫ່ງ​ທາ​ລຸນ​ກຳ​ແຜ່​ຂະ​ຫຍາຍ​ໃນ​ທົ່ວ​ໂລກ. ເຖິງວ່າ​ຊູ່​ມື້​ນີ້, ສົງ​ຄາມ​ໂລ​ກາ​ຄັ້ງ​ທີ​ສອງ​ໄດ້​ສິ້ນ​ສຸດ​ລົງຫຼາຍ​ສິບ​ປີ​ແລ້ວ​ກໍ​ຕ​າມ, ແຕ່​ລັດ​ທິ​ຕ້ານຊາວ​ຢິວ​ຍັງ​ຄົງ​ຕົວ​ຢູ່ ຂະ​ນະ​ດຽວ​ກັນ ອະ​ຄະ​ຕິ​ຮູບ​ແບບ​ອື່ນໆ​ກໍ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ.

ທ່ານ​ກູ​ເຕີ​ເຣັ​ສ​ກ່າວ​ຕື່ມ​ວ່າ: ພວກ​ນາ​ຊີ​ໃໝ່, ກຸ່ມ​​ບູ​ຊາ​ຄົນ​ຜິວ​ຂາວ ແລະ​ອິດ​ທິ​ກຳ​ລັງ​ອື່ນໆ​ເປັນ​ຜູ້​ເຜີຍ​ແຜ່​ຄວາມ​ບາດ​ໝາງ​ຫົວ​ຮຸນ​ແຮງ​ຕົ້ນ​ຕໍ. ແຕ່​ໜ້າ​ເສຍ​ດາຍ​ນັ້ນ​ແມ່ນ ແນວ​ຄິດ​ຊົ່ວ​ຮ້າຍ​ເຫຼົ່າ​ນີ້​ກຳ​ລັງ​ກາຍ​ເປັນ​ແນວ​ຄິດ​ຫຼັກ​ໃນ​ສັງ​ຄົມ​ແລະ​ການ​ເມືອງຫຼາຍ​ແຫ່ງ​ໃນ​ໂລກ. ພວກ​ເຮົາ​ຕ້ອງ​ຮ່ວມ​ມື​ກັນເພື່ອ​ສະ​ກັດ​ກັ້ນບໍ່​ໃຫ້​ມີ​ການ​ຂະ​ຫຍາຍ​ຕົວ​ຂອງ​ຄວາມ​ບາດ​ໝາງ​ແລະຫັນ​ເປັນ​ປົກ​ກະ​ຕິ.

ທ່ານ​ກູ​ເຕີ​ເຣັ​ສ​ກ່າວ​ເນັ້ນ​ວ່າ: ປະ​ຊາ​​ຊົນ​ບັນ​ດາ​ປະ​ເທດ​ລ້ວນ​ແຕ່​ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ຕໍ່​ຕ້ານ​ລັດ​ທິ​​ເຊື້ອ​ຊາດ​ແລະ​ຄວາມ​ຮຸນ​ແຮງ​ຢ່າງວ່ອງ​ໄວ,ຖືກ​ຕ້ອງ​ແລະ​ເດັດ​ຂາດ​ໂດຍຜ່ານ​ຈາກ​ການ​ສຶກ​ສາ​ຮ່ຳ​ຮຽນ​ແລະ​ເພີ່ມ​ຄວາມ​ຮູ້​ຄວາມ​ສະ​ຕິ, ທົ່ວ​ໂລກ​ຍ່ອ​ມ​ຈະ​ສາ​ມາດ​ສ້າງ​ອະ​ນາ​ຄົດ​ທີ່​ທຸກ​ຄົນ​ມີ​ກຽດ​ສັກ​ສີ,ມີ​ສິດ​ທິ​ມະ​ນຸດ​ແລະ​ຢູ່​ຮ່ວມ​ກັນ​ໂດຍ​ສັນ​ຕິ​ໄດ້.

1  2  3  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ