ຜູ້​ເສຍ​ຊີ​ວິດ​ໃນເຫດ​ການຫຼອນ​ໂຈມ​ຕີ​ດ້ວຍລະ​ເບີ​ດ​ລົດ​ຍົນ​ທີ່​ເກີດ​ຂຶ້ນ​ຢູ່​ກາ​ບູ​ນເພີ່ມ​ຂຶ້ນ​ເປັນ 95 ຄົນ
2018-01-28 14:42:59  cri 
ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ອັ​ຟ​ກາ​ນີ​ສະ​ຖານ​ລາຍ​ງານ​ໃນ​ວັນ​ທີ 27 ມັງ​ກອນ​ນີ້​ວ່າ, ເຫດ​ການ​ຫຼອນ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ລົດ​ຍົນ​ແບບ​ສະຫຼະ​ຊີບ​ທີ່​ເກີດ​ຂຶ້ນ​ຢູ່​​ໃຈ​ກາງນະ​ຄອນ​ຫຼວງ​ກາ​ບູນ​ປະ​ເທດ​ຕົນ​ສົ່ງ​ຜົນ​ເຮັດ​ໃຫ້​ຜູ້​ເສຍ​ຊີ​ວິດ​ເພີ່ມ​ຂຶ້ນ​ເປັນ 95 ຄົນ, ແລະ​ບາດ​ເຈັບ 163 ຄົນ.

ທ່ານ​ວາ​ຮິດ ມັດ​ໂຣ, ໂຄ​ສົກ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ອັ​ຟ​ກາ​ນິ​ສະ​ຖານ​ກ່າວ​ວ່າ, ການ​ໂຈມ​ຕີ​ຄັ້ງ​ນີ້​ເກີດ​ຂຶ້ນ​ໃນ​ເວ​ລາປະ​ມານ 12 ໂມງ 50 ນາ​ທີ​​ຂອງວັນ​ທີ 27 ມັງ​ກອນ​ນີ້, ​ແລະບ່ອນ​ເກີດ​ເຫດ​​ຢູ່​ຖະ​ໜົນ​ສາຍ​ໜຶ່ງ​ທີ່​ມີ​ຄົນ​ສັນ​ຈອນ​ໄປ​ມາ​ອ່າວ​ຫຼາຍ​ໃນ​ເຂດ​ໃຈ​ກາງ​ນະ​ຄອນ​ຫຼວງ. ຜູ້​ກໍ່​ເຫດ​ ໄດ້​ຂັບ​ລົດ​ແພດ​ຄັນ​ໜຶ່ງ​ທີ່​ເຕັມ​ໄປ​ດ້ວຍ​ໝື້​ລະ​ເບີດ​ໄປ​ແລ່ນ​ໄປ​ຮອດ​ບ່ອນ​​ນັ້ນ​ແລະ​​ກໍ່​ລະ​ເບີດ.

ທ່ານ​ວາ​ຮິດ ມັດ​ໂຣກ່າວ​ຕື່ມ​ວ່າ, ຜູ້​ເສຍ​ຊີ​ວິດ​ແລະ​ບາດ​ເຈັບ​ໃນ​ເຫດ​​ລະ​ເບີດເທື່ອ​ນີ້​ສວນ​ຫຼາຍ​ແມ່ນ​ປະ​ຊາ​ຊົນຄົນ​ສາ​ມັນ, ໃນ​ນັ້ນ​ມີ​ຈຳ​ນວນ​ໜຶ່ງ​ບາດ​ເຈັບ​ສາ​ຫັດ.

ປັດ​ຈຸ​ບັນ, ກຸ່ມ​ຕາ​ລີ​ບັນ​ໄດ້​​ອອກ​ມາ​ກ່າວ​ອ້າງຄວາມ​ຮັບ​ຜິດ​ຊອບ​ຕໍ່​ເຫດ​ການ​ໂຈມ​ຕີ​ດັ່ງ​ກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ