ວັນທີ 27 ມັງກອນນີ້, ທ່ານອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດໄດ້ອອກຖະແຫຼງການໂດຍຜ່ານໂຄສົກຂອງທ່ານ, ກ່າວປະນາມຢ່າງຮຸນແຮງຕໍ່ເຫດການໂຈມຕີແບບສະຫຼະຊີບທີ່ເກີດຂຶ້ນຢູ່ໃຈກາງນະຄອນຫຼວງກາບູນປະເທດອັຟການີສະຖານໃນວັນດັ່ງກ່າວ.
ທ່ານສະເຕເຟັນ ດູຈາຣິກ, ໂຄສົກເລຂາທິການໃຫຍ່ອົງການສະຫະປະຊາຊາດກ່າວໃນຖະແຫຼງການວ່າ, ການໂຈມຕີທີ່ຖືປະຊາຊົນເປັນເປົ້າໝາຍແມ່ນການກະທຳທີ່ລ່ວງລະເມີດສິດທິມະນຸດແລະກົດໝາຍສາກົນວ່າດ້ວຍມະນຸດສະທຳຢ່າງໜັກໜ່ວງ, ຜູ້ຮັບຜິດຊອບໃນເຫດການໂຈມຕີຄັ້ງນີ້ຄວນຖືກໄຕ່ສວນແລະລົງໂທດຢ່າງເດັດຂາດ. ທ່ານກູເຕີເຣັສ ສະແດງຄວາມເຫັນອົກເຫັນໃຈຢ່າງສຸດຊຶ້ງຕໍ່ຄອບຄົວຂອງຜູ້ເສຍຊີວິດ, ແລະຂໍໃຫ້ຜູ້ໄດ້ຮັບບາດເຈັບສາມາດຟື້ນຟູສຸຂະພາບໂດຍໄວ, ຂະນະດຽວກັນກໍສະແດງຄວາມສະໜັບສະໜູນຕໍ່ລັດຖະບານແລະປະຊາຊົນອັຟການີສະຖານ.
ນີ້ແມ່ນເຫດການໂຈມຕີຮ້າຍແຮງຄັ້ງທີ 2 ທີ່ກຸ່ມຕາລີບັນກໍ່ຂຶ້ນຢູ່ນະຄອນຫຼວງກາບູນປະເທດອັຟການີສະຖານໃນເດືອນມັງກອນນີ້ໂດຍໃນວັນທີ 20, ກຸ່ມຕາລີບັນໄດ້ໂຈມຕີໂຮງແຮມສາກົນກາບູນ, ສົ່ງຜົນເຮັດໃຫ້ຢ່າງໜ້ອຍ 22 ຄົນເສຍຊີວິດ, ໃນນັ້ນມີຄົນຕ່າງປະເທດ 14 ຄົນ.