ກອງ​ປະ​ຊຸມ​ສຸດຍອດ​ສະ​ຫະ​ພາບ​ອາ​ຟ​ຣິ​ກາ​ຄັ້ງ​ທີ 30 ຈັດ​ຂຶ້ນ​ຢູ່​ເອ​ທິີໂອ​ປີ
2018-01-29 15:34:09  cri 
ຕາມ​ຂ່າວ CRI: ກອງ​ປະ​ຊຸມ​ສຸດຍອດ​ສະ​ຫະ​ພາບ​ອາ​ຟ​ຣິ​ກາ​ຄັ້ງ​ທີ 30 ໄດ້​ໄຂ​ຂຶ້ນ​ຢູ່​ສຳ​ນັກ​ງານ​ໃຫຍ່​ສະ​ຫະ​ພາບ​ອາ​ຟ​ຣິ​ກາ​ທີ່​ນະ​ຄອນ​ຫຼວງອາ​ດິສອາ​ເບ​ບາປະ​ເທດ​ເອ​ທີ​ໂອ​ປີ​ໃນ​ວັນ​ທີ 28 ມັງ​ກອນ​ນີ້.

ກອງ​ປະ​ຊຸມ​​ຍ່ອຍຕ່າງໆ​ຂອງກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ນີ້​ໄດ້​ເນັ້ນ​ຫົວ​ຂໍ້ "​ຍາດ​ເອົາ​ໄຊ​ຊະ​ນະ​​ໃນການ​ຕໍ່​ສູ້​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ: ເສັ້ນ​ທາງ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ການ​​ຫັນປ່ຽນຮູບ​ແບບການ​ພັດ​ທະ​ນາ​ຂອງ​ອາ​ຟ​ຣິ​ກາ". ໃນ​ກອງ​ປະ​ຊຸມ​ສຸດຍອດ​ທີ່​ຈະ​ດຳ​ເນີນ​​ໄປເປັນ​ເວ​ລາ 2 ວັນ, ປະ​ມຸກ​ລັດ​ບັນ​ດາ​ປະ​ເທດ​ຈະ​ປຶກ​ສາ​ຫາ​ລື​ແລະ​​ກຳ​ນົດ​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ການ​ປະ​ຕິ​ຮູ​ບ​ສະ​ຫະ​ພາບ​ອາ​ຟ​ຣິ​ກາ, ທະ​ວີບ​ອາ​ຟ​ຣິ​ກາ​ເຊື່ອມ​ໂຍງ​ເຂົ້າ​ກັນ​, ຕໍ່​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ແລະ​ບັນ​ຫາ​ອື່ນໆ.

ທ່ານ​ມູ​ຊາ ຟາກີ ປະ​ທານ​ຄະ​ນະ​ກຳ​ມະ​ການ​ສະ​ຫະ​ພາບ​ອາ​ຟ​ຣິ​ກາ​ກ່າວ​ໃນ​ພິ​ທີ​ໄຂ​ປະ​ຊຸມ​ວ່າ, ປັດ​ຈຸ​ບັນ​ການ​ເຈ​ລະ​ຈາ​ໄລ​ຍະ​ທີ​ໜຶ່ງ​ຂອງ​ການ​​ສ້າງ​ເຂດ​ການ​ຄ້າ​ເສ​ລີ​ອາ​ຟ​ຣິ​ກາ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ສຳ​ຄັນ​ແລ້ວ, ໃນ​ໄລ​ຍະ​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ນີ້ຈະມີ​ການ​ເຊັນ​ສັນ​ຍາ​ກ່ຽວ​ກັບ​ເຂດ​ການ​ຄ້າ​ເສ​ລີ; ຂະ​ນະ​ດຽວ​ກັນ​ນັ້ນ​ຕະ​ຫຼາດ​ຂົນ​ສົ່ງ​ທາງ​ອາ​ກາດ​ເອ​ກະ​ພາບ​ອາ​ຟ​ຣິ​ກາ​ຈະ​ເລີ່ມ​ເປີດ​ນຳ​ໃຊ້​ໃນ​ໄລ​ຍະ​ກອງ​ປະ​ຊຸມ. ທ່ານ​ຍັງ​ໄດ້​ຮຽກ​ຮ້ອງ​ໃຫ້​ກອງ​ປະ​ຊຸມ​ສຸດຍອດ​ຜ່ານ​ການ​ຮັບ​ຮອງ​ ​ສັນ​ຍາ​ໜັງ​ສື​ຜ່ານ​ແດນ​ແລະ​ບຸກ​ຄົນ​ສັນ​ຈອນ​ໄປ​ມາ​ໂດຍ​ເສ​ລີ​ຂອງ​ອາ​ຟ​ຣິ​ກາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ