ແຂວງ​ຢຸນ​ນານ​ຈີນ​ເຊັນ​ສັນ​ຍາ​​ຮ່ວມ​ມືກັບ​ສະ​ມາ​ຄົມ​ພັດ​ທະ​ນາ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ມຽນ​ມາ
2018-01-29 15:36:13  cri 
ຕາມ​ຂ່າວ CRI: ສະ​ຖາ​ບັນ​ຄົ້ນ​ຄວ້າ​ຈໍ​ລະ​ຈອນ​ສິນ​ຄ້າ​ສາ​ກົນ​ອາ​ຊີ​ໃຕ້​ແລະ​ອາ​ຊີ​ຕາ​ເວັນ​ອອກ​ສ​ຽງ​ໃຕ້​ຄຸນ​ມິງ​ຈິນ​ແລະ​ສະ​ມາ​ຄົມ​ພັດ​ທະ​ນາ "ໜຶ່ງ​ແລ​ວ​ທາງ​ໜຶ່ງ​ເສັ້ນ​ທາງ"ມຽນ​ມາ​ໄດ້​ຈັດ​ພິ​ທີ​ເຊັນ​ສັນ​ຍາ​ຮ່ວມ​ມື​ຢູ່​ນະ​ຄອນ​ຫຼວງ​ຢາງ​ກຸ້ງ​ປະ​ເທດ​ມຽນ​ມາ​ໃນ​ວັນ​ທີ 28 ມັງ​ກອນ​ນີ້.

ທ່ານ​ຫຼິວ​ຈິ່ນ​ຊິນ, ​ຫົວ​ໜ້າ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ຈໍ​ລະ​ຈອນ​ສິນ​ຄ້າ​ສາ​ກົນ​ອາ​ຊີ​ໃຕ້​ແລະ​ອາ​ຊີ​ຕາ​ເວັນ​ອອກ​ສ​ຽງ​ໃຕ້​ຄຸນ​ມິງ​ຈິນ​​ກ່າວ​ໃນ​ພິ​ທີ​ດັ່ງ​ກ່າວ​ວ່າ, ​ເປົ້າ​ໝາຍ​ທີ່​ສອງ​ຝ່າຍ​ເຊັນ​ສັນ​ຍາ​ຮ່ວມ​ມື​ແມ່ນ​ເພື່ອ​ດຳ​ເນີນ​ການ​ແລກ​ປ່ຽນ​ລະ​ຫວ່າງ​ຄັງ​ປັນ​ຍ​າ​​ອອງ​ຝ່າຍໃຫ້​ດີກວ່າ​ເກົ່າ, ແລະ​ສ້າງ​ກົນ​ໄກ​ຮ່ວມ​ມື, ຊ່ວຍ​ເຫຼືອ​ວິ​ສາ​ຫະ​ກິດ​ຈີນ​ຮູ້​ຈັກ​ນະ​ໂຍ​ບາຍພັດ​ທະ​ນາ​ແລະ​ກົດ​ໝາຍ​ຂອງ​ມຽນ​ມາ, ພ້ອມ​ກັນ​ນັ້ນ​ຮ່ວມ​ກັນ​ຈັດ​​ກິດ​ຈະ​ກຳ​ໂຄ​ສະ​ນາ​ໂຄງ​ການ​ລົງ​ທຶນ​ຢູ່​ມຽນ​ມາ, ແລະ​ຊຸກ​ຍູ້​ການ​ກໍ່​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ແລະ​ແລວ​ທາງ​ເສດ​ຖະ​ກິດ​ຈີນ-ມຽນ​ມາ.

ທ່ານ​ທິນ​ໂອ ປະ​ທານ​ສະ​ມາ​ຄົມ​ພັດ​ທະ​ນາ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ມຽນ​ມາ​ກ່າວ​ວ່າ, ຍອດ​ມູນ​ຄ່າ​ການ​ລົງ​ທຶນ​ຂອງ​ຈີນ​ຕໍ່​ມຽນ​ມາ​ເປັນ​ອັນ​ດັບ​ໜຶ່ງ​ໃນບັນ​ດາ​ປະ​ເທດ​ແລະ​ພາກ​ພື້ນ​ທີ່​ລົງ​ທຶນ​ຢູ່​ມຽນ​ມາ, ​ໃນ​ອາ​ນາ​ຄົດສະ​ມາ​ຄົມ​ຕົນ​ຈະ​ສຸມ​ກຳ​ລັງ​ເພື່ອ​ສ້າງ​ຊ່ອງ​ທາງ​ແລກ​ປ່ຽນ​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ​ໂດຍ​ເຮັດ​ຄື​ດັ່ງ​ທີ່​ເຄີຍ​ໄດ້​ປະ​ຕິ​ບັດ​ຜ່ານ​ມາ.
ຂ່າວ​ແຈ້ງວ່າ, ໃນ​ພິ​ທີ​ດັ່ງ​ກ່າວ​ຈີນ​ຍັງ​ເປີດ​ເຜີຍ​ວ່າ​ຈະມອບ​ຢາ​ແລະ​​ອຸ​ປະ​ກອນ​ການ​ແພດໃຫ້​ແກ່ກອງ​ທຶນ​ໂດ​ຄິນ​ກີ​ຂອງ​ມຽນ​ມາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ