ນະ​ຄອນຫຼວງ​ອາ​ແດນ​ປະ​ເທດ​​ເຢນເມນ​ເກີດ​ການ​ປະ​ທະ​ກັນ​ຮຸນ​ແຮງ
2018-01-29 10:28:48  cri 
ຕາມສື່ມວນ​ຊົນ​ທ້ອງ​ຖິ່ນໄດ້​ລາຍ​ງານ​ໃຫ້​ຮູ້​ວ່າ, ​ຕອນ​ທ່ຽງ​ວັນ​ທີ 28 ມັງ​ກອນ​ນີ້, ກອງ​ທັບ​ລັດ​ຖະ​ບານ ແລະ ກຸ່ມ​ປະ​ກອບ​ອາ​ວຸດ​ຂອງ​ຄະ​ນະ​ກຳ​ມະ​ການ​ຂ້າມ​ຜ່າ​ນ​ພາກ​ໃຕ້​​ເຢນເມນເກີດ​ການ​ປະ​ທະ​ກັນ​ຮຸນ​ແຮງ​ຢູ່​ນະ​ຄອນຫຼວງ​ຊົ່ວ​ຄາວ​ອາ​ແດນ ແລະ ຢ່າງ​ໜ້ອຍ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 8 ຄົນ.

ປະ​ຊາ​ຊົນ​ທ້ອງ​ຖິ່ນບອກ​ນັກ​ຂ່າວ​ວ່າ, ກອງ​ປ້ອງ​ກັນ​ປະ​ທາ​ນາ​ທິ​ບໍ​ດີ​ຂອງກອງ​​ທັບ​ເຢນເມນ​ໄດ້​ຍິງ​ກຸ່ມ​ຜູ້​ປະ​ທ້ວງ​ທີ່​ສະ​ໜັບ​ສະ​ໜູນ​ຄະ​ນະ​ກຳ​ມະ​ການ​ຂ້າມ​ຜ່ານ​ພາກ​ໃຕ້ ແລະ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ ແລະ ບາດ​ເຈັບຫຼາຍ​ຄົນ. ​ຫຼັງ​ຈາກ​ນັ້ນ, ກຸ່ມ​ປະ​ກອບ​ອາ​ວຸດ​ຂອງຄະ​ນະ​ກຳ​ມະ​ການ​ຂ້າມ​ຜ່ານ​ພາກ​ໃຕ້​ໄດ້​ເຂົ້າ​ມາ​ປ້ອງ​ກັນ​​ກຸ່ມ​ຜູ້ປະ​ທ້ວງ ແລະ ຍິງ​ປະ​ທະ​ກັນ​ກັບ​ກອງ​​ທັບ​ລັດ​ຖະ​ບານ.

ຕອນ​ບ່າຍ​ມື້​ດຽວ​ກັນ, ທ່ານ​ບິນ ດາ​ເກີ​ ນາ​ຍົກ​ລັດ​ຖະ​ມົນ​ຕີ​​ເຢນເມນໄດ້​ຮຽກ​ຮ້ອງ​ໃຫ້​ທຸກ​ຝ່າຍ​ຢຸດ​ຍິງ ແລະ ​​ຕ້ອງ​ຢຸດ​ຕິ​ການ​ປະ​ທະ​ກັນ​ທັນ​ທີ ແລະ ກັບ​ຄືນ​ທີ່​ຕັ້ງ​ຂອງ​ຕົນ​ໂດຍ​ບໍ່​ມີ​ເງື່ອນ​ໄຂ.

ກ່ອນ​ຈະ​ເກີດ​ການ​ປະ​ທະ​ກັນຫຼາຍ​ຊົ່ວ​ໂມງ, ລັດ​ຖະ​ບານ​ເຢນເມນ​ຫາ​ກໍ່​ອອກ​ຄຳ​ສັ່ງ​ຢຸດ​ຕິ​ການ​ເຄື່ອນ​ໄຫວ​ປະ​ທ້ວງ​ໂດຍ​ສັນ​ຕິ​ຕໍ່​ຄະ​ນະ​ກຳ​ມະ​ການ​ຂ້າມ​ຜ່ານ​ພາກ​ໃຕ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ