ນາ​ຍົກ​ອິດ​ສ​ລາ​ແອນ​ກ່າວ​ວ່າ​ຈະ​ຂັບ​ໄລ່​ຊາ​ວ​ຍ້າຍ​ຖິ່ນ​ຖານ​ຜິດ​ກົດ​ໝາຍ​ອອກ​ຈາກ​ປະ​ເທດ​ຕົນ
2018-01-29 16:57:57  cri 
ໃນ​ກອງ​ປະ​ຊຸມ​ຄະ​ນະ​ລັດ​ຖະ​ບານ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 28 ມັງ​ກອນ​ນີ້, ທ່ານ​ແບນ​ຈາ​ມິນ ເນ​ຕັນ​ຢາ​ຮູ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິ​ສ​ລາ​ແອນ​ກ່າວ​ວ່າ, ຈະ​ສົ່ງ​ຊາວ​​ຍ້າຍ​​ຖິ່ນ​ຖານຜິດ​ກົດ​ໝາຍ​ໃນ​ປະ​ເທດ​ອິ​ສ​ລາ​ແອນ​ໄປ​ປະ​ເທດ​ທີ 3.

ທ່ານ​ເນ​ຕັນ​ຢາ​ຮູ​ກ່າວ​ວ່າ, ມີ​ແຕ່​ຊາວ​ອົ​ບ​ພະ​ຍົ​ບ​ທີ່​ແທ້​ຈິ່ງ​ເທົ່າ​ນັ້ນ​ຈິ່ງ​ຈະ​ສາ​ມາດອາ​ໃສ​ຊົ່ວ​ຄາວຢູ່​ອິ​ສ​ລາ​ແອນ​ໄດ້, ອິ​ສ​ລາ​ແອນ​ຈະ​ບໍ່​ອະ​ນຸ​ຍາດ​ໃຫ້​ຊາວ​ຍ້າຍ​ຖິ່ນ​ຖານ​ຜິດ​ກົດ​ໝາຍ​ສືບ​ຕໍ່​ຢູ່​ອິ​ສ​ລາ​ແອນ​ ແລະ ເຂົາ​ເຈົ້າຈະ​ຖືກ​ສົ່ງ​ໄປປະ​ເທດ​ທີ 3. ອີງ​ຕາມ​ກົດ​ໝາຍ​ລະ​ຫວ່າງ​ຊາດ, ອິ​ສ​ລາ​ແອນ​ຈະ​ຮັບ​ເອົາ​ຊາວ​ອົບ​ພະ​ຍົບ​ທີ່​ຊອກ​ຫາ​ບ່ອນ​ເພິ່ງ​ພາ​ອາ​ໄສ​ເພື່ອ​ລີ້​ໄພ​ເຫຼົ່າ​ນັ້ນ.

​ກະ​ຊວງ​ພາຍ​ໃນ​ອິ​ສ​ລາ​ແອນ​ເປີດ​ເຜີຍ​ວ່າ, ປັດ​ຈຸ​ບັນ, ອິ​ສ​ລາ​ແອນ​ມີ​ຊາວ​ຍ້າ​ຍ​ຖິ່ນ​ຖານ ແລະ ຊາວ​ອົບ​ພະ​ຍົບ​ເພື່ອ​ລີ້​ໄພ​ຈາກ​ອາ​ຟ​ຣິ​ກາ​ 3 ໝື່ນ 8 ພັນ​ຄົນ, ສ່ວນຫຼາຍ​ມາ​ແຕ່​ປີ 2006 ຫາ ປີ 2012 ແລະ ປັດ​ຈຸ​ບັນ​ດຳ​ລົງ​ຊີ​ວິດ​ຢູ່​ພາກ​ໃຕ້ແຕນ​ລາ​ວິບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ