ເສັ້ນ​ທາງ​ການ​ບິນ​ຈີນ-ຟີ​ລິບ​ປິນ​ສາຍ​ໃໝ່​ຈະ​ເປີດ​ບໍ​ລິ​ການ​ໃນ​ໄວໆ​ນີ້
2018-01-30 16:03:04  cri 
​ນັກ​ຂ່າວ​ໄດ້​ຮັບຊາບ​ຈາກພິ​ທີ​ຖະ​ແຫຼງຂ່າວທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ຟໍ​ຊ່ານ​ແຂວງກວາງ​ຕຸ່ງ ສ​ປ ຈີນ​ໃນ​ວັນ​ທີ 28 ມັງ​ກອນ​ນີ້ວ່າ: ສະ​ໜາມ​ບິນ​ສາ​ກົນ​ເຂດ​ຖະ​ກິດ​ພິ​ເສດ​ຄາ​ກາ​ແຢນ ພາກ​ເໜືອ​ຟີ​ລິບ​ປິນ​ຈະ​ເປີດ​ບໍ​ລິ​ການ​ໃນ​ໄວໆ​ນີ້ ເຊິ່ງ​ຈະ​ເປີດ​ເສັ້ນ​ທາງ​ການ​ບິ​ນ​ສາ​ກົນ​ສາຍ​ທຳ​ອິດ​ຈາກ​ມາ​ກາວ​ຈີນ​ຫາ​ຄາ​ກາ​ແຢນ​ຟີ​ລິບ​ປິນ ທີ່​ໃຊ້​ເວ​ລາ​​ໃນການ​ບິນ 90 ນາ​ທີ. ເຂດ​ຖະ​ກິດ​ພິ​ເສດ​ຄາ​ກາ​ແຢນ​ຕັ້ງ​ຢູ່​ເມືອງ​ແຊນ​ຕາ​ອາ​ນາ ແລະ​ເກາະ​ປາ​ລາ​ວີ​ຂອງ​ເມືອງ​ດັ່ງ​ກ່າວ​​. ຫຼັງ​ເສັ້ນ​ທາງ​ການ​ບິນ​ສາຍ​ດັ່ງ​ກ່າວ​ເປີດ​ບໍ​ລິ​ການ​ແລ້ວ,ນັກ​ທ່ອງ​ທ່ຽວ​ທີ່​ເດີນ​ທາງ​ໄປ​ທ່ຽວ​ເມືອງ​​ແຊນ​ຕາ​ອາ​ນາ​ກໍ​ຈະ​ສາ​ມາດ​ຂໍ​ຍົກ​ເວັ້ນ​ວີຊາ​​ກ່ອນ​ຈະ​ເດີນ​ທາງ​ໄປ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ຄາ​ກາ​ແຢນ, ຫາກ​ໄດ້​ຜ່ານ​ກາ​ນ​​ອະ​ນຸ​ມັດ​ກໍຈະ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ທີ່​ເດີນ​ທາງ​ໄປ​ທ່​ຽວ​ເມືອງ​ດັ່ງ​ກ່າວ​ຢ່າງຫຼວງຫຼາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ