ອັດ​ຕາ​ປົກ​ຄຸມ​ອິນ​ເຕີ​ເນັດ​ເຄື່ອນ​ທີ່​ຂອງ​ປະ​ເທ​ດ​ດ້ອຍ​ພັດ​ທະ​ນາ​ບັນລຸ​ເກີນ 80%
2018-01-30 16:10:04  cri 
ສະ​​ຫະ​ພັນໂທ​ລະ​ຄົມ​ສາ​ກົນຫຼື​ITU​ເປີດ​ເຜີຍ​ບົດ​ລາຍ​ງານ​ໃນ​ຫົວ​ຂໍ້ "ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​ແລະ​ການ​ສື່​ສານ, ປະ​ເທດ​ດ້ອຍ​ພັດ​ທະ​ນາ​ແລະ​ເປົ້າ​ໝາຍ​ການ​ພັດ​ທະ​ນາ​ແບ​ບ​ຍືນ​ຍົງ: ປະ​ເທດ​ດ້ອຍ​ພັດ​ທະ​ນາ​ມີ​ອິນ​ເຕີ​ເນັດ​ທົ່ວ​ເຖິງ​ແລະ​ສາ​ມາດ​ຮັບ​ພາ​ລະ​ຄ່າ​ອິນ​ເຕີ​ເນັດ​ໄດ້" ເຊິ່ງ​ລະ​ບຸ​ວ່າ: ຮອດ​ທ້າຍ​ປີ 2017ຜ່ານ​ມາ, ອິນ​ເຕີ​ເນັດ​ເຄື່ອນທີ່​ໄດ້​ປົກ​ຄຸມ​ປະ​ຊາ​ກອນ​ຂອງ​ປະ​ເທດ​ດ້ອຍ​ພັດ​ທະ​ນາຫຼາຍກວ່າ 80%, ຜູ້​ໃຊ້​ໂທ​ລະ​ສັບ​ເຄື່ອນ​ທີ່​ເພີ່ມ​ຂຶ້ນເປັນປະ​ມານ 700 ລ້ານ​ເລກ​ໝາຍ ກວມ 70%ຂອງ​ປະ​ຊາ​ກອນ​ທັງ​ໝົດ.

ບົດ​ລາຍ​ງານ​ລະ​ບຸ​ຕື່ມ​ວ່າ: ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​ແລະ​ການ​ສື່​ສານ​ໄດ້​ເຮັດ​ໃຫ້​ປະ​ເທດ​ດ້ອຍ​ພັດ​ທະ​ນາ​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ໃຫຍ່ຫຼວງ​ໃນ​ດ້ານ​ການ​ພັດ​ທະ​ນາ ໂດຍ​ສະ​ເພາະ​ໃນ​ຂົງ​ເຂດ​ການ​ທະ​ນາ​ຄານ,ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແລະ​ການ​ສົ່ງ​ເສີມ​ສຸ​ຂະ​ພາບ. ໃນປະ​ເທດ​ດ້ອຍ​ພັດ​ທະ​ນາທັງ​ໝົດ​ຈຳ​ນວນ 47 ປະ​ເທດ​ໃນ​ໂລ​ກລ້ວນ​ແຕ່​ໄດ້​ມີ​ການ​ບໍ​ລິ​ການ​ອິນ​ເຕີ​ເນັດ 3G ເຊິ່ງ​ໄດ້​ປົກ​ຄຸມ​ປະ​ຊາ​ກອນ 60%. ຄາດ​ວ່າ ປະ​ເທດ​ເຫຼົ່າ​ນີ້​ຈະ​ບັນ​ລຸ​ອັດ​ຕາ​ປົກ​ຄຸມ​ອິນ​ເຕີ​ເນັດ​ຄວາມ​ຖີ່​ສູງ​​ແບບ​ເຄື່ອນ​ທີ່ສະ​ເລ່ຍ 97% ແລະ​ປະ​ຊາ​ຊົນມີ​ອິນ​ເຕີ​ເນັດ​ໃຊ້​ໂດຍ​ສາ​ມາດ​ຮັບ​ພາ​ລະ​ ຄ່າ​ອິນ​ເຕີ​ເນັດ​ໄດ້​ກ່ອນ​ປີ 2020.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ