ນາ​ຍົກ​ອິ​ສ​ຣາ​ແອນ​ກ່າວ​ວ່າ​ຈະ​ບໍ່​ອະ​ນຸ​ຍາດ​ໃຫ້​ອີ​ຣານ​ປ່ຽນ​ລີ​ບັງ​ເປັນ​ຖານ​ທັບ​ຂີ​ປະ​ນາ​ວິດ
2018-01-30 17:12:20  cri 
ທ່ານ​ເປັນ​ຈາ​ມິນ ເນ​ຕັນ​ຢາ​ຮູ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິ​ສ​ຣາ​ແອນ​ກ່າວ​ໃນ​ວັນ​ທີ 29 ​ມັງ​ກອນ​ນີ້​ວ່າ, ປະ​ເທດ​ຕົນ​ຈະ​ບໍ່​ອະ​ນຸ​ຍາດ​ໃຫ້​ອີ​ຣານ​ປ່ຽນ​ລີ​ບັງ​ເປັນ "ຖານ​ທັບ​ຂີ​ປະ​ນາ​ວຸດ​ໃຫຍ່".

ທ່ານເນ​​ຕັນ​ຢາຮູ ​ໄດ້​ໃຫ້​ທັດ​ສະ​ນະ​ດັ່ງ​ກ່າວ​ກ່ອນ​ໄປ​ຢ້ຽມ​ຢາມ​ຣັດ​ເຊຍ​ພຽງ​ເປັນ​ເວ​ລາ 5 ຊົ່ວ​ໂມງ.

ເດືອນ​ສິງ​ຫາ​ປີ​ຜ່ານ​ມາ, ທ່ານເນ​ຕັນ​ຢາຮູ ໄດ້​ກ່າວ​ຕໍ່ທ່ານ​ອັນ​ໂຕ​ນີ​​ໂອ ກູ​ເຕີ​ເຣັສ ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດໂອ​ກາດ​ຢ້ຽມ​ຢາມ​ອິ​ສ​ຣາ​ແອນ​ວ່າ, ອີ​ຣານ​ພວມ​ສ້າງ​ຕັ້ງ​ໂຮງ​ງານ​ຜະ​ລິດ​ຂີ​ປະ​ນາ​ວຸດ​ຢູ່​ຊີ​ຣີ​ແລະ​ລີ​ບັງ, ເປົ້າ​ໝາຍ​ແມ່ນ​ເພື່ອ​ໂຈມ​ຕີ​ອິ​ສ​ຣາ​ແອນ. ​ແຕ່​ວ່າລັດ​ຖະ​ບານ​ອີ​ຣານ​ບໍ່​ໄດ້​ສະ​ແດງ​ຄວາມ​ເຫັນ​ກ່ຽວ​ກັບ​ຄວາມ​ເວົ້າ​ຂອງ​ທ່ານເນ​ຕັນ​ຢາຮູ​ແຕ່​ຢ່າງ​ໃດ.

ທ່ານເນ​​ຕັນ​ຢາ​ຮູ ກ່າວ​ຢ້ຳ​ໃນ​ວັນ​ທີ 29 ມັງ​ກອນ​ນີ້​ວ່າ, ປະ​ເທດ​ຕົນ​ຄັດ​ຄ້ານ​ອີ​ຣານ​​ສົ່ງ​ກຳ​ລັງ​ທະ​ຫານ​ໄປ​ປະ​ຈຳ​ຢູ່​ຊີ​ຣີ​ເຊິ່ງ​ເປັນ​ປະ​ເທດ​ໃກ້​ຄຽງ​ຢູ່​ພາກ​ເໜືອ​ຂອງ​ຕົນຢ່າງ​ຮຸນ​ແຮງ, ແລະປະ​ເທດ​ຕົນ​ຈະ​ປະ​ຕິ​ບັດ​ການ​ເຄື່ອນ​ໄຫວນີ້​ຢ່າງ​ເດັດ​ຂາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ