ເຕັກ​ນິກ​​ຫຸ່ນ​ຍົນອັດ​ສະ​ຣິ​ຍະ​ຈີນ​ຊ່ວຍ​ສ້າງ​ຕົວ​ເມືອງ​ສະ​ມາດ​ຂອງ​ມາ​ເລ​ເຊຍ
2018-01-30 14:23:18  cri 
ວັນ​ທີ 29 ມັງ​ກອນ​ນີ້, ອົງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ດີ​ຈີ​ຕອນ​ ແລະ ອຳ​ນາດ​ການ​ປົກ​ຄອງ​ນະ​ຄອນຫຼວງກົວ​ລາ​ລຳ​ເປີ​ຂອງ​ມາ​ເລ​ເຊຍ​ໄດ້​ປະ​ກາດ​ນຳ​ເຂົ້າ "ສະ​ໝອງ​ຕົວ​ເມືອງ" ຂອງ​ບໍ​ລິ​ສັດ​ອາ​ລີ​ບາ​ບາ​ຄ​ລາວ​ດ໌​ຄອມ​ພິວ​ເຕີ​ຈຳ​ກັດ ເພື່ອ​ນຳ​ໃຊ້​ເຕັກ​ນິກຫຸ່ນ​ຍົນ​ອັດ​ສະ​ຣິ​ຍະ ຫຼື AI ​ເຂົ້າ​ໃນ​ຂົງ​ເຂດ​ຄຸ້ມ​ຄອງ​ຄົມ​ມະ​ນາ​ຄົມ, ວາງ​ແຜນ​ຜັງ​ເມືອງ, ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ ແລະ ອື່ນໆ.

ໃນ​ໄລ​ຍະ​ທຳ​ອິດ, ເຕັກ​ນິກ​ຫຸ່ນ​ຍົນ​ອັດ​ສະ​ຣິ​ຍະ​ຈະ​ຖືກ​ນຳ​ໃຊ້​ຢູ່​ຕາມ​ທາງ​ແຍກ 281 ແຫ່ງ​ໃນ​ນະ​ຄອນຫຼວງ​ກົວ​ລາ​ລຳ​ເປີ ເພື່ອ​ໃຫ້​ລົດ​ສາ​ມາດ​ຜ່ານ​ປາກ​ທາງ​ໄປ​ໄວ ແລະ ຫຼຸດ​ຜ່ອນ​ສະ​ພາບ​ລົດ​ຕິດ​ດ້ວຍ​ການ​ບັນ​ຊາ​ໄຟ​ແດງ​ຈາກ​ທາງ​ໄກ. ຂະ​ນະ​ທີ່​ເກີດ​ສະ​ພາບ​ກະ​ທັນ​ຫັນ, ເຕັກ​ນິກ​ດັ່ງ​ກ່າວ​ຍັງ​ສາ​ມາດ​ຄວບ​ຄຸມ​ສະ​ພາບ​ຄົມ​ມະ​ນາ​ຄົມ​ໂດຍ​ລວມ ເພື່ອ​ເປີດ "ຊ່ອງ​ທາງ​ສີ​ຂຽວ" ໃຫ້​ແກ່​ລົດ​​ຮັບ​ມືສຸກ​ເສີນ. ນອກ​ນີ້, ລະ​ບົບ​ຫຸ່ນ​ຍົນ​ອັດ​ສະ​ຣິ​ຍະ​ຍັງ​ສະ​ໜອງຂໍ້​ມູນຫຼັກ​ອ້າງ​ອີງ ແລະ ຂໍ້​ສະ​ເໜີ​ໃຫ້​ແກ່​ການ​ແກ້​ໄຂ​ອຸ​ບັດ​ເຫດ​ຄົມ​ມະ​ນາ​ຄົມ ແລະ ປັບ​ປຸງ​ສະ​ພາບ​ຄົມ​ມະ​ນາ​ຄົມ​ໃຫ້​ດີ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ