ກອງ​ປ​ະ​ຊຸມ​ຍ່ອຍຕ່າງໆ​ຂອງກອງ​ປະ​ຊຸມ​ສຸດຍອດ​ສະ​ຫະ​ພາບ​ອາ​ຟ​ຣິ​ກາ​ຄັ້ງ​ທີ 30 ​ສຳ​ເລັດ​ຜົນ​ຢ່າງ​ຈົບ​ງາມ
2018-01-30 16:17:11  cri 
    ກອງ​ປ​ະ​ຊຸມ​ຍ່ອຍ​ຕ່າງໆ​ຂອງກອງ​ປະ​ຊຸມ​ສຸດຍອດ​ສະ​ຫະ​ພາບ​ອາ​ຟ​ຣິ​ກາ​ຄັ້ງ​ທີ 30 ທີ່​ຈັດ​ຂຶ້ນ​ຢູ່​ສຳ​ນັກ​ງານ​ໃຫຍ່​ທີ່​ນະ​ຄອນຫຼວງ​ອາ​ດິ​ສ​ອາ​ເບ​ບາ​ປະ​ເທດ​ເອ​ທີ​ໂອ​ບີນັ້ນ ໄດ້​ອັດ​ລົງ​ໃນ​ວັນ​ທີ 29 ມັງ​ກອນນີ້.

    ໃນ​ໄລ​ຍະ​ປະ​ຊຸມ, ປະ​ເທດ​ສະ​ມາ​ຊິກ​ສະ​ຫະ​ພາບ​ອາ​ຟ​ຣິ​ກາ ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບສະ​ຖາ​ນະ​ການ​ສໍ້​ລາດ​ບັງຫຼວງ​ຂອງ​ອາ​ຟ​ຣິ​ກາ ທັງ​ໄດ້​ສະ​ເໜີ​ມາດ​ຕະ​ການ​ຮັບ​ມື, ນອກນັ້ນ, ຍັງ​ໄດ້​ເລີ່ມ​ເປີດ​ບໍ​ລິ​ການຕະຫຼາດ​ຂົ​ນ​ສົ່ງ​ທາງ​ອາ​ກາດ​ພຽງ​ໜຶ່ງດຽວ​ຂອງ​ອາ​ຟ​ຣິ​ກາ​ຢ່າງ​ເປັນ​ທາງ​ການ ແລະ​ຢ້ຳ​ເຖິງ​ຄວາມ​ສຳ​ຄັນ​ທີ່​ທຸກ​ປະ​ເທດ​ສະ​ມາ​ຊິກ​ຕ້ອງ​ຮ່ວມ​ກັນ​​ຕໍ່​ຕ້ານ​ລັດ​ທິກໍ່​ການ​ຮ້າຍ.

    ທ່ານ ​ພອ​ລ ຄາ​ກາ​ເມ ປະ​ທານ​ໝູນ​ວຽນ​ຄົນ​ໃໝ່​ສະ​ຫະ​ພາບ​ອາ​ຟ​ຣິ​ກາ, ປະ​ທາ​ນາ​ທິ​ບໍ​ດີ​ລູ​ອານ​ດາ ໄດ້​ກ່າວ​ໃນ​ພິ​ທີ​ປິດກອງ​ປະ​ຊຸມ​ສຸດຍອດ​ວ່າ, ກອງ​ປະ​ຊຸມ​ສຸດຍອດ​ສະ​ຫະ​ພາບ​ອາ​ຟ​ຣິ​ກາ​ຄັ້ງ​ນີ້ ໄດ້​ທຳ​ການ​ຕົກ​ລົງ​ທີ່​​ສຳຄັນ​ຈຳ​ນວນ​ໜຶ່ງ ເຊິ່ງ​ຈະ​ມີ​ຜົນ​ດີ​ຕໍ່​ແຜ່ນ​ດິນ​ໃຫຍ່​ອາ​ຟ​ຣິ​ກາ​ໃນ​ການ​ບັນ​ລຸ​ເປົ້າ​ໝາຍ​ພັດ​ທະ​ນາ​ໄລ​ຍະ​ສັ້ນ, ໄລ​ຍະ​ກາງ ແລະ​ຍາວ ແລະ​ຊຸກ​ຍູ້​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ອາ​ຟ​ຣິ​ກາ.

    ກອງ​ປະ​ຊຸມ​​ຍ່ອຍຕ່າງໆ​ຂອງກອງ​ປະ​ຊຸມ​ສຸດຍອດ​ສະ​ຫະ​ພາບ​ອາ​ຟ​ຣິ​ກາ​ຄັ້ງ​ນີ້ ​ເນັ້ນ​ຫົວ​ຂໍ້​ຄື "ຍາດ​ເອົາ​ໄຊ​ຊະ​ນະ​ໃນ​ການ​ຕໍ່​ສູ້​ຕ້ານ​ການ​ສໍ້​ລາດ​ບັງຫຼວງ: ເສັ້ນ​ທາງ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ໃນ​ການ​ຫັນ​ປ່ຽນ​ອາ​ຟ​ຣິ​ກາ" ແລະ​ໄດ້​ໄຂ​ຂຶ້ນ​ແຕ່ວັນ​ທີ 22-29 ມັງ​ກອນນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ