ກະ​ຊວງ​ການ​ຄ້າ​ໄທ​ຄາດ​ວ່າ ການ​ສົ່ງ​ອອກ​ໃນ​ປີນີ້​ຈະ​ເພີ່ມ​ຂຶ້ນ 6%
2018-01-30 16:24:14  cri 
    ສື່ມວນ​ຊົນ​ໄທ​ລາຍ​ງານ​ໃນ​ວັນ​ທີ 29 ມັງ​ກອນນີ້​ວ່າ, ທ່ານນາງ ອະ​ພິ​ຣະ​ດີ ຕັນ​​ຕ​ຣາ​ພອນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ໄທ ໄດ້​ຮ່ວມ​ໄຂ​ປະ​ຊຸມ​ກັບ​ວິ​ສາ​ຫະ​ກິດ​ເອ​ກະ​ຊົນ​ເພື່ອ​ປຶກ​ສາ​ຫາ​ລື​ອະ​ນາ​ຄົດ​ການ​ສົ່ງ​ອອກ​ໃນ​ປີ 2018, ຫຼັງ​ຈາກນັ້ນ, ທ່ານ​ເປີດ​ເຜີຍ​ວ່າ, ທີ່​ປະ​ຊຸມ​ເຫັນ​ວ່າ, ການ​ສົ່ງ​ອອກ​ໃນ​ປີນີ້ ຈະ​ເພີ່ມ​ຂຶ້ນ 6% ໃນ​ມູນ​ຄ່າ​ທັງ​ໝົດ​ປະ​ມານ 250 ຕື້​ໂດ​ລາສະ​ຫະ​ລັດ, ສ່ວນ​ຜະ​ລິດ​ຕະ​ພັນ​ສົ່ງ​ອອ​ກ​ສຳ​ຄັນ​ທີ່​ເພີ່ມ​ຂຶ້ນ ຕົ້ນ​ຕໍ​ລວມ​ທັງ​ຜະ​ລິດ​ຕະ​ພັນ​ເອ​ເລັກ​ໂຕ​ຣ​ນິກ, ຢາງ​ພາ​ລາ ແລະ​ນ້ຳ​ມັນ​ສຳ​ເລັດ​ຮູບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ