ປະ​ມຸກ​ລັດ​ບ​ຣູ​ໄນປັບ​ປຸງ​ຄະ​ນະ​ລັດ​ຖະ​ບານຊຸດ​ໃໝ່​ກະ​ທັນ​ຫັນ
2018-01-31 15:57:13  cri 
ສົມ​ເດັດ​​ຊຸນ​ຕັນຮາ​ຊັນ​ນານ ໂບນ​ເກຍ ປະ​ມຸກ​ລັດ​ບ​ຣູ​ໄນ​ໄດ້​ຖະ​ແຫຼງ​ຜ່ານ​ທາງ​ໂທ​ລະ​ພາບ​ແຫ່ງ​ຊາດ​ໃນ​ຕອນ​ບ່າຍ​ວັນ​ທີ 30 ມັງ​ກອນ​ນີ້​ໂດຍ​ປະ​ກາດ​ປັບ​ປຸງ​ຄະ​ນະ​ລັດ​ຖະ​ບານ​ຊຸດ​ໃໝ່​ຢ່າງ​ກະ​ທັນ​ຫັນ ເຊິ່ງ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສຫຼາຍ​ຄົນ​ໃນ​ຄະ​ນະ​ລັດ​ຖະ​ບານ​ຖືກ​ປົດ​ຕຳ​ແໜ່ງ.

​ສົມ​ເດັດ​ຮາ​ຊັນ​ນານ​ຢືນ​ຢັນ​ວ່າ: ອາ​ຍຸ​ການ​ດຳ​ລົງ​ຕຳ​ແໜ່ງ​ຂອງລັດ​ຖະ​ບານ​ຊຸດ​ໃໝ່​​ຍັງເປັນເວ​ລາ 5 ປີເໝືອນ​ເດີມ, ຫວັງ​ວ່າ​ຄະ​ນະ​ລັດ​ຖະ​ບານ​ຊຸດ​ໃໝ່​ຈະ​ປະ​ຕິ​ບັດ​ໜ້າ​ທີ່​ຕຳ​ແໜງ​ຕາມ​ຄວາມ​ຮັບ​ຜິດ​ຊອບ, ພະ​ຍາ​ຍາມ​ສູ້​ຊົນ​ເພື່ອ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ​ກໍ​ຄື​ເພື່ອ​ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ. ແຕ່​ທ່ານ​ບໍ່​ໄດ້​ເປີດ​ເຜີຍ​ສາ​ເຫດ​ໃນ​ການ​ປັບ​ປຸງ​ຄະ​ນະ​ລັດ​ຖະ​ບານ​ຢ່າງ​ກະ​ທັນ​ຫັນ​ວ່າ​ເປັນ​ຍ້ອນ​ຫຍັງ.

​ຄະ​ນະ​ລັດ​ຖະ​ບານ​ຊຸດ​ໃໝ່​ໄດ້​ມີ​ການ​ປັບ​ປຸງ​ຢ່າງຫຼວງຫຼາຍ​ຄື ໃນ​​​ຈຳ​ນວນລັດ​ຖະ​ມົນ​ຕີ 11 ຄົນ​ຂອງ​ຄະ​ນະ​ລັດ​ຖະ​ບານ​ຊຸດ​ຜ່ານ​ມາ,ມີ 6 ຄົນ​ຖືກ​ປົດ​ຕຳ​ແໜ່ງ. ສ່ວນຮອງ​ລັດ​ຖະ​ມົນ​ຕີ 9 ຄົນ​ມີ 4 ຄົນຖືກ​ປົດ​ຕຳ​ແໜ່ງ​ເຊິ່ງ​ລວມ​ທັງ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ. ທ່ານ​ຮາ​ຊັນ​ນານ​ຈະ​ສືບ​ຕໍ່​ດຳລົງ​ຕຳ​ແໜ່ງ​ເປັນ​​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ,ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ແລະ​ການ​ຄ້າ ແລະ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ