ອາ​ເມ​ລິ​ກາ​ແລະ​ກາ​ຕາ​ຈັດ​ການ​ເຈ​ລະ​ຈາ​ຍຸດ​ທະ​ສາດ​ຮອບ​ທຳ​ອິດ
2018-01-31 16:58:55  cri 
ອາ​ເມ​ລິ​ກາ​ແລະ​ກາ​ຕາ​ໄດ້​ຈັດ​ການ​ເຈ​ລະ​ຈາ​ຍຸດທະ​ສາດ​ຮອບ​ທຳ​ອິດ​ໃນ​ວັນ​ທີ 30 ມັງ​ກອ​ນ​ນີ້​ຢູ່​ນະ​ຄອນຫຼວງວໍ​ຊິງ​ຕັນ ສະ​ຫະ​ລັດ​ອາ​ເມ​ລິ​ກາ​ໂດຍ​ສອງ​ຝ່າຍ​ຢືນ​ຢັນ​ວ່າ​ຈະ​ເພີ່ມ​ການ​ຮ່ວມ​ມື​​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແລະ​ຕ້ານ​ການ​ກໍ່​ການ​ຮ້າຍ.

ໃນວັນ​ດັ່ງ​ກ່າວ, ທ່ານ​ເຣັ​ສ ຕີ​ເລີ​ຊັນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ, ທ່ານ​ເຈັມ​ສ ມາ​ຕິ​ສ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​ແລະ​ທ່ານ​ໂມ​ຮ​າ​ເມັດ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ກາ​ຕາ, ທ່ານ​ຮາ​ລິດ ອາ​ຕີ​ຢາ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ກາ​ຕາ​ໄດ້​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​. ສອງ​ຝ່າຍ​ໄດ້​ຮ່ວມ​ກັນ​ລົງ​ນາມ​ໃນ​​ຖະ​ແຫຼງການ​ການ​ຮ່ວມ​ວ່າ​ດ້ວຍ​ການ​ເພີ່ມ​​ການ​ຮ່ວມ​ມື​ດ້ານຄວາມ​ໝັ້ນ​ຄົງ​ໃນ​ພາກ​ພື້ນ​ແລະບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ວ່າ​ດ້ວຍ​ການ​ປາບ​ປາມການ​ຄ້າ​ມະ​ນຸດ ​ພ້ອມ​ທັງ​ຢືນ​ຢັນ​ວ່າ​ຈະ​ຫັນ​ກົນ​ໄກ​ເຈ​ລະ​ຈາ​ຍຸດ​ທະ​ສາດ​ໃຫ້​ເປັນ​ປົກ​ກະ​ຕິ.

ທ່ານ​ຕີ​ເລີ​ຊັນ​ແລະ​ທ່ານ​ມາ​ຕິ​ສ​ໄດ້​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ໃນ​ເຫດ​ການ​ຕັດ​ສາຍ​ພົວ​ພັນ​ທາງ​ການ​ທູດ​ກັບ​ກາ​ຕາ​ນັ້ນ​ຮັກ​ສາ​ຄວາມ​ອົດ​ກັ້ນ​ເພື່ອ​ຮ່ວມ​ກັນ​ສະ​ແຫວງ​ຫາ​ວິ​ທີ​ແກ້​ໄຂ​ບັນ​ຫາ​ດັ່ງ​ກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ