ເຂດກວາງ​ຊີ​ຂອງ​ຈີນ​ເລັ່ງ​ລັດ​ຊຸກ​ຍູ້​ການ​ຮ່ວມ​ມື​ການ​ທ່ອງ​ທ່ຽວ​ກັບ​ອາ​ຊຽນ
2018-01-31 16:53:46  cri 
​ວັນ​ທີ 30 ມັງ​ກອນ​ນີ້​ໃນ​ໂອກ​າດ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ, ທ່ານ​ກ່ານ​ຫຼິນ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ເຂດກວາງ​ຊີ, ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີກ່າວ​ວ່າ, ເຂດກວາງ​ຊີ​ແມ່ນ​ເຂດ​ລະ​ດັບ​ແຂວງ​ຂອງ​ຈີນ​ພຽງ​ໜຶ່ງ​ດຽວ​ທີ່​ມີ​ຊາຍ​ແດນ​ຕິດ​ກັບ​ປະ​ເທດ​ອາ​ຊຽນ​ທາງ​ບົກ​ແລະ​ທາງ​ທະ​ເລ, ກວາງ​ຊີ​ຈະ​ເສີມ​ຂະ​ຫຍາຍ​ທ່າ​ແຮງ​​ແລະຊຸກ​ຍູ້ການ​ພັດ​ທະ​ນາ​ຕະ​ຫຼາດ​ທ່ອງ​ທ່ຽວ​ຈີນ-ອາ​ຊຽນ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ ​ຮ່ວມ​ມື​ດ້ານ​ການ​ທ່ອງ​ທ່ຽວ​ລະ​ຫວ່າງ​ສອງ​ຝ່າຍ.

ທ່ານນາງ​ຢາງ​ຢ້ຽນ​ຢ້ຽນ, ຮອງ​​ຫົວ​ໜ້າ​ສຳ​ນັກ​ງານ​ເລ​ຂາ​ງາ​ນ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ກ່າວ​ວ່າ: "ປີ 2017, ນັກ​ທ່ອງ​ທ່ຽວ​ຈີນ​ໄປ​ທ່ຽວ​ອາ​ຊຽນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ, ໃນ​ນັ້ນ​ຫວຽດ​ນາມ, ໄທ, ກຳ​ປູ​ເຈຍ​ແລະ​ອື່ນ​ໆໄດ້​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ຈີນ​ເພີ່ມ​ຂຶ້ນ​ຢ່າງ​​ຫຼວງ​ຫຼາຍ"

ໃນ​ຫຼາຍ​ປີ​ຜ່ານ​ມາ, ເຂດກວາງ​ຊີ​ຂອງ​ຈີນ​ໄດ້​ເລັ່ງ​ລັດ​ການ​ຮ່ວມ​ມື​ການ​ທ່ອງ​ທ່ຽວ​ຂ້າມ​ຊາດ​ກັບ​ຫວຽດ​ນາມ, ປັດ​ຈຸ​ບັນ, ເຂດ​ຮ່ວມ​ມື​ທ່ອງ​ທ່ຽວ​ຂ້າມ​ຊາດນ້ຳ​ຕົກ​ຕາດ​ເຕີ​ທ່ຽ​ນ-ບັນ​​ຣຸກ​ຈີນ-​ຫວຽດ​ນາມ, ເຂດ​ຮ່ວມ​ມື​ທ່ອງ​ທ່ຽວ​ສາ​ກົນ​ດ່ານມິດ​ຕະ​ພາບ​ຈີນ-ຫວຽດ​ນາມ​ແລະ​ໂຄງ​ການ​ທ່ອງ​ທ່ຽວ​ຊາຍ​ແດນ​ສຳ​ຄັນ​ຕ່າງໆ​ໄດ້​ເລັ່ງ​ລັດ​​ພັດ​ທະ​ນາ. ນອກ​ນີ້, ເຂດກວາງ​ຊີ​ແລະ​ຫວຽດ​ນາມຍັງ​ໄດ້​ຮ່ວມ​ກັນ​ພັດ​ທະ​ນາ​ໂຄງ​ການ​ທ່ອງ​ທ່ຽວ​ການ​ປະ​ຕິ​ວັດ​ສາ​ກົນ​​ອີກ​ດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ