ອາ​ເມ​ລິ​ກາ​ຍົກ​ເລີກ​ຄຳ​ສັ່ງ​ຫ້າມ​ເຂົ້າ​ແດນ​ຕໍ່​ຊາວ​ອົບ​ພະ​ຍົບ​ຂອງ 11 ປະ​ເທດ​ທີ່​ມີ​ຄວາມ​ສ່ຽງ​ສູງ
2018-01-31 16:27:23  cri 
    ວັນ​ທີ 29 ມັງ​ກອນນີ້, ກະ​ຊວງ​ດິນ​ແດນ​ແລະ​ຄວາມ​ໝັ້ນ​ຄົງ​ອາ​ເມ​ລິ​ກາ​ປະ​ກາດ​ວ່າ, ຍົກ​ເລີກ​ຄຳ​ສັ່ງ​ຫ້າມ​ເຂົ້າ​ແດນ​ຕໍ່​ຊາວ​ອົບ​ພະ​ຍົບ​ຂອງ 11 ປະ​ເທດ​ທີ່​ມີ​ຄວາມ​ສ່ຽງ​ສູງ, ພ້ອມ​ທັງ​ຈະ​ປະ​ຕິ​ບັດ​ຂັ້ນ​ຕອນ​ການ​ຄັດ​ເລືອກ​ທີ່​ເຂັ້ມ​ງວດກວ່າ​ເກົ່າ ເພື່ອຫຼີກ​ລ້ຽງ​ບໍ່​ໃຫ້​ພວກ​ຫົວ​ຮຸນ​ແຮງ​ແລະ​ພວກ​ຕ້ອງ​ໂທດ​ເຂົ້າ​ແດ​ນ​ອາ​ເມ​ລິ​ກາ.

    ທ່ານ ເຄີ​ສເຈັນ ນິວ​ເຊັນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ດິນ​ແດນ​ແລະ​ຄວາມ​ໝັ້​ນ​ຄົງ​ອາ​ເມ​ລິ​ກາ​ໄດ້​ອອກ​ຖະ​ແຫຼງ​ການ​ໃນ​ວັນ​ທີ 29 ມັງ​ກອນນີ້​ວ່າ, ການ​ທີ່​ປະ​ຕິ​ບັດ​ຂັ້ນ​ຕອນ​ຄັດ​ເລືອກ​ທີ່​ເຂັ້ມ​ງວດກວ່າ​ເກົ່າ​ນັ້ນ ຈະ​ເຮັດ​ໃຫ້​ຜູ້​ທີ່​ມີ​ເຈ​ຕະ​ນາ​ນຳ​ໃຊ້​ແຜນ​ການ​ຊາວ​ອົບ​ພະ​ຍົບ​ນັ້ນ​ປະ​ສົບ​ຄວາມ​ຫຍຸ້ງ​ຍາກຫຼາຍກວ່​າ​ເກົ່າ​ໃນ​ການ​ເຂົ້າ​ອາ​ເມ​ລິ​ກາ ແລະ​ມາດ​ຕະ​ການ​ປ້ອງ​ກັນ​ຄວາມ​ໝັ້ນ​ຄົງ​ທີ່​ວາງ​ອອກ​ປະ​ຕິ​ບັດ​ບົນ​ພື້ນ​ຖານ​ການ​ປະ​ເມີນ​ຄວາມ​ສ່ຽງເຫຼົ່າ​ນີ້ ຈະ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ຂອງ​ອາ​ເມ​ລິ​ກາ.

    ມາດ​ຕະ​ການ​ປ້ອງ​ກັນ​ຄວາ​ມ​ໝັ້ນ​ຄົງ​ເຫຼົ່າ​ນີ້​ລວມ​ທັງ: ​ຕ້ອງ​ເຂັ້ມ​ງວດ​ໃນ​ການ​ສຳ​ພາດ​ສະ​ມາ​ຊິກ​ຄອບ​ຄົວ​ຂອງ​ຜູ້​ຮ້ອງ​ຂໍ, ກວດ​ກາ​ແລະ​ກຳ​ນົດ​ຄືນ​ໃໝ່​ບັນ​ຊີ​ແລະ​ມາດ​ຕະ​ຖານ​ຄັດ​ເລືອກ​ປະ​ເທດ​ທີ່​ມີ​ຄວາມ​ສ່ຽງ​ສູງ​ດ້ານ​ຊາວ​ອົບ​ພະ​ຍົບ​ຕາມ​ເວ​ລາ​ກຳ​ນົດ.

    ແຕ່​ຖະ​ແຫຼງ​ການ​ດັ່ງ​ກ່າວ​ບໍ່​ໄດ້​ເປີດ​ເຜີຍ​ໃຫ້​ຮູ້​ວ່າ 11 ປະ​ເທດ​ທີ່​ຖືກ​ຍົກ​ເລີກ​ຄຳ​ສັ່ງ​ຫ້າມ​ຊາວ​ອົບ​ພະ​ຍົບ​ເຂົ້າ​ແດນ​ອາ​ເມ​ລິ​ການັ້ນ ມີ​ປະ​ເທດ​ໃດ​ແດ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ