ການ​ຄ້າ​ຈີນ-ອາ​ຊຽນ​ໄດ້​ນຳ​ພາ​ແລະ​ເຮັດ​ໃຫ້​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ​ຈີນ​ມີ​ຄວາມ​ໝັ້ນ​ທ່ຽງ
2018-02-01 14:41:15  cri 
ຕາມ​ຂໍ້​ມູນ​ທີ່​ເວັບ​ໄຊ​ກະ​ຊວງ​ການ​ຄ້າ​ຈີນ​ເປີດ​ເຜີຍ​ໃນ​ເມື່ອ​ມໍ່ໆ​ນີ້, ມູນ​ຄ່າ​ການ​ຄ້າ​ຈີນ-ອາ​ຊຽນ​ໃນ​ປີ 2017 ຜ່ານ​ມາ​ບັນ​ລຸ​ເຖິງ 514 ຕື້ 800 ລ້ານ​ໂດ​ລາ​ສະ​ຫະ​ລັດ ເກີນ 500 ຕື້​ໂດ​ລາ​ສະ​ຫະ​ລັດ​ເປັນ​ເທື່ອ​ທຳ​ອິດ ແລະ​ເພີ່ມ​ຂຶ້ນ 13,8% ທຽບ​ໃສ່​ປີ 2016 ເຊິ່ງ​ເພີ່ມ​ຂຶ້ນ​ສູງກວ່າ​ຈັງ​ຫວະ​ການ​ເຕີບ​ໂຕ​ດ້ານ​ການ​ຄ້າ​ກັບ​ສະ​ຫະ​ພາບ​ເອີ​ຣົບ​ແລະ​ອາ​ເມ​ລິ​ກາ.

ທ່ານ​ນາງຢວນ​ໂປ່ ຮອງ​ຫົວ​ໜ້າ​ສະ​ຖາ​ບັນ​​ຄົ້ນ​ຄວ້າອາ​ຊີ​​ຂຶ້ນ​ກັບສະ​ຖາ​ບັນ​ຄົ້ນ​ຄວ້າ​​ຂອງກະ​ຊວງ​ການ​ຄ້າ​ຈີນ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​​ວ່າ: ຈາກ​ສະ​ພາບ​ທີ່​ເສດ​ຖະ​ກິດ​ໂລກ​ຟື້ນ​ຕົວ​ຄືນ​ຢ່າງວ່ອງ​ໄວ​ໃນ​ປີ 2017, ການ​ສ້າງ​ເຂດ​ການ​ຄ້າ​ເສ​ລີ​ຈີນ-ອ​າ​ຊຽນ, ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​ແລະ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງເປັນ​ສາ​ເຫດ​ຕົ້ນ​ຕໍ​ທີ່​ເຮັດ​ໃຫ້​ການ​ຄ້າ​ຈີນ-ອາ​ຊຽນ​ເພີ່ມ​ຂຶ້ນ​ຢ່າງຫຼວງຫຼາຍ. ​ທ່ານ​ນາງຢວນ​ໂປ່​ຊີ້​ໃຫ້​ເຫັນ​ວ່າ: ການ​ຄ້າ​ຈີນ-ອາ​ຊຽນ​ໄດ້​ນຳ​ພາ​ແລະ​ເຮັດ​ໃຫ້​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ​ຈີນ​ມີ​ຄວາມ​ໝັ້ນ​ທ່ຽງ. ແຕ່​ປີ 2017 ເປັນ​ຕົ້ນ​ມາ, ຫຼາຍ​ວິ​ສາ​ຫະ​ກິດ​​ຈີນໄດ້​ໄປ​ລົງ​ທຶນ​ຢູ່​ປະ​ເທດ​ອາ​ຊຽນ​ເຊັ່ນ​ຫວຽດ​ນາມ, ກຳ​ປູ​ເຈຍ​ແລະ​ລາວ, ​ເຊິ່ງ​ໃນ​ປະ​ເທດ​ເຫຼົ່າ​ນີ້,ການ​ລົງ​ທຶນ​ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ​ຢ່າງວ່ອງ​ໄວ. ພ້ອມ​ທັງເສດ​ຖະ​ກິດ​ໂລກ​ຟື້ນ​ຕົວ​ຄືນ​ຢ່າງວ່ອງ​ໄວ​ກໍ​ເປັນ​ກຳ​ລັງ​​ຂັບ​ເຄື່ອນ​​ເຮັດ​ໃຫ້ການ​ຄ້າ​ຈີນ-ອາ​ຊຽນ​ເພີ່ມ​ຂຶ້ນ​ຢ່າງວ່ອງ​ໄວ​ເຊັ່ນ​ກັນ.
 
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ