ໄທ​ຫ້າມ​ສູບ​ຢາ​ຢູ່​ຕາມ​ຫາດ​ຊາຍ​​ແຄມທະ​ເລ​ແຕ່​ວັນ​ທີ1ກຸມ​ພາ​ນີ້​ເປັນ​ຕົ້ນ​ໄປ
2018-02-01 16:55:05  cri 
ຕາມ​ຄຳ​ສັ່ງ​ຫ້າມ​ສູບ​ຢາ​ຢູ່​​ຕາມຫາດ​ຊາຍ​​ແຄມທະ​ເລ ທີ່​ກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ແລະ​ສິ່ງ​ແວດ​ລ້ອມ​ໄທ​ປະ​ກາດ​ວ່າ: ເລີ່ມ​ແຕ່​ວັນ​ທີ 1 ກຸມ​ພາ​ນີ້​ເປັນ​ຕົ້ນ​ໄປ,ຫ້າມ​ບໍ່​ໃຫ້​ສູບ​ຢາ​ຢູ່​ຕາມຫາດ​ຊາຍ​​ແຄມທະ​ເລ 24 ແຫ່ງ​ຂອງ 15 ແຂວງ​ເພື່ອ​ແກ້​ໄຂ​ບັນ​ຫາ​ມົນ​ລະ​ພິດ​​ແລະ​ເຮັດ​ໃຫ້​ສິ່ງ​ແວດ​ລ້ອມ​ຢູ່​ຕາມຫາດ​ຊາຍ​ແຄມ​ທະ​ເລ​ໃຫ້​ດີ​ຂຶ້ນ.

ຕາມ​ຄຳ​ສັ່ງ​ດັ່ງ​ກ່າວ: ​ຫ້າມ​ບໍ່​ໃຫ້ປະ​ຊາ​ຊົນ​ ​ແລະ​ນັກ​ທ່ອງ​ທ່ຽວ​ສູບ​ຢາ​ຢູ່​ຕາມຫາດ​ຊາ​ຍ​​ແຄມທະ​ເລ 24 ແຫ່ງ ທີ່​ເປັນ​​ແຫຼ່ງ​ທ່ອງ​ທ່ຽວຊື່​ດັງ​ຕ່າງໆ​ເຊັ່ນ ຫົວ​ຫີນ, ພັດ​ທະ​ຍາ, ເກາະ​ສະ​ໝຸຍ, ​ພັງ​ງາ,​ພູ​ເກັດ,ກຣະ​ບີ​ແລະ​ອື່ນໆ, ຜູ້​ລະ​ເມີດ​ຈະ​ຖືກ​ປັບ​​ໃໝໜຶ່ງແສນ​ບາດຫຼື​ຕັດ​ອິດ​ສະຫຼະ​ພາບ​ບໍ່​ເກີນ 1 ປີ ຫຼື​ລົງ​ໂທດ​ທັງ​ສອງ​ຢ່າງ.

ວັນ​ທີ 2 ພະ​ຈິກປີ​ຜ່ານ​ມາ, ເວັບ​ໄຊ​ລັດ​ຖະ​ບານ​ໄທ​ໄດ້​ເປີດ​ເຜີຍ​ຄຳ​ສັ່ງ​ດັ່ງ​ກ່າວ​ແລະ​ເລີ່ມ​ປະ​ຕິ​ບັດ​ແຕ່​ວັນ​ທີ 1 ກຸມ​ພາ​ນີ້​ຢ່າງ​ເປັນ​ທາງ​ການ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ