ຫວຽດ​ນາມ​ປະ​ກາດ​ວ່າ "ລັດ​ຖະ​ບານ​ແຫ່ງ​ຊາດ​ຫວຽດ​ນາມ​ຊົ່ວ​ຄາວ" ທີ່​ມີ​ສຳ​ນັກ​ງານ​ໃຫຍ່​ຕັ້ງ​ຢູ່​ອາ​ເມ​ລິ​ກາ​ແມ່ນ​ກຸ່ມກໍ່​ການ​ຮ້າຍ
2018-02-01 16:28:22  cri 
ກະ​ຊວງ​ຄວາມ​ສະ​ຫງົບ​ຫວຽດ​ນາມ​ປະ​ກາດ​ໃນ​ວັນ​ທີ 30 ມັງ​ກອນ​ຜ່ານ​ມາ​ວ່າ, "ລັດ​ຖະ​ບານ​ແຫ່ງ​ຊາດ​ຫວຽດ​ນາມ​ຊົ່ວ​ຄາວ" ທີ່​​ມີສຳ​ນັກ​ງານ​ໃຫຍ່​ຕັ້ງ​ຢູ່​ອາ​ເມ​ລິ​ກາ​ນັ້ນ​ເປັນ​ກຸ່ມ​ກໍ່​ການ​ຮ້າຍ.

ເວັບ​ໄຊ​ຂອງ​ກະ​ຊວງປ້ອງ​ກັນ​ຄວາມ​ສະ​ຫງົບ​ຫວຽດ​ນາມ​ແຈ້ງ​ວ່າ, ການ​ກະ​ທຳ​ໃດໆ​ທີ່​ເຂົ້າ​ຮ່ວມ, ໂຄ​ສະ​ນາ​ແລະ​ຍຸ​ຍົງ​ຜູ້​ອື່ນ​ເຂົ້າ​ຮ່ວມ​ອົງ​ການ "ລັດ​ຖະ​ບານ​ແຫ່ງ​ຊາດ​ຫວຽດ​ນາມ​ຊົ່ວ​ຄາວ", ສະ​ໜອງ​ເງິນ​ທຶນ​​ຫຼື​​ຮັບເອົາ​ການ​ຊ່ອຍ​ເຫຼືອ​​ແລະເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ອົບ​ຮົມ​ທີ່​ຈັດ​ຂຶ້ນ​ໂດຍ​ອົງ​ການ​ດັ່ງ​ກ່າວ, ປະ​ຕິ​ບັດ​ຄຳ​ສັ່ງ​ຂອງ​ອົງ​ການ​ດັ່ງ​ກ່າວ​ລ້ວນ​ແຕ່ແມ່ນ​ອາ​ຊະ​ຍະ​ກຳ​ກໍ່​ການ​ຮ້າຍ​ຫຼື​ອາ​ຊະ​ຍະ​ກຳ​ຊ່ອຍ​ເຫຼືອ​ລັດ​ທິ​ກໍ່​ການ​ຮ້າຍ, ຈະຖືກ​ລົງ​ໂທດ​ຕາມ​ກົດ​ໝາຍ​ຂອງ​ຫວຽດ​ນາມ.

ວັນ​ທີ 8 ເມ​ສາ​ປີ 2017, ສະ​ມາ​ຊິກ​ອົງ​ການ​ດັ່ງ​ກ່າວ​ໄດ້ໂຍນ​ລະ​ເບີດ​ນ້ຳ​ມັນ​ເຊື້ອ​ໄຟ​ໃສ່​ສະ​ຖານ​ທີ່​ຮັກ​ສາ​ລົດ​ທີ່​ກັກ​ໄດ້​ຈາກ​ຜູ້​ລະ​ເມີດ​ລະ​ບຽບ​ຈະ​ລາ​ຈອນ​ຂອງ​ພະ​ແນກຕຳ​ຫຼວດ​ເມືອງ​ບິນ​ຮົ໋ວ​ແຂວງ​ດົງ​ນາຍ​ທາງ​ພາກ​ໃຕ້​ຫວຽດ​ນາມ, ສົ່ງ​ຜົນ​ເຮັດ​ໃຫ້ລົດ 320 ຄັນ​ຖືກ​ທຳ​ລາຍ; ຕໍ່​ມາ​ໃນວັນ​ທີ 22 ເມ​ສາ​ປີ 2017, ອົງ​ການ​ດັ່ງ​ກ່າວ​ໄດ້​ຕັ້ງ​ລະ​ເບີດ​ນ້ຳ​ມັນ​ເຊື້ອ​ໄຟ​ຢູ່​ສະ​ໜາມ​ບິນ​ສາ​ກົນ​​ເຕີນ​ເຊີນ​ເຍິດນະ​ຄອນ​ໂຮ​ຈື​ມິ່ງ, ແລະ​ເຈ​ຕະ​ນາ​​ເຜົາ​ທຳ​ລາຍ​ອົງ​ການ​ພັກ​ລັດ​ແລະ​ວິ​ສາ​ຫະ​ກິດ​ຈຳ​ນ​ວນ​ໜຶ່ງ, ແຕ່​ຖືກ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຫວຽດ​ນາມ​ສະ​ກັດ​ກັ້ນ​​ໄດ້ທັນ​ເວ​ລາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ