ປະ​ທານ​ປະ​ເທດ​ຈີນ​ພົບ​ປະ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ
2018-02-02 11:45:35  cri 

ວັນ​ທີ 1 ກຸມ​ພາ​ນີ້, ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ, ທ່​ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ນາງ​ເທ​ເຣ​ຊາ ເມ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ​ໂອ​ກາດ​ເດີນ​ທາງ​ມາ​ຢ້ຽມ​ຢາມ​ຈີນ​ຢ່າງ​ເປັນ​ທາງ​ການ ຖື​ວ່າ​ເປັນ​ການ​ພົບ​ປະ​ເທື່ອ​ທີ 3 ລ​ະ​ຫ​ວ່າງ​ຜູ້​ນຳ​ສອງ​ປະ​ເທດຫຼັງ​ກອງ​ປະ​ຊຸມ​ສຸດຍອດ​ກຸ່ມ G20 ທີ່​ເມືອງ​ຫາງ​ໂຈ່ວ ສ​ປ ​ຈີນແລະ​ກອງ​ປະ​ຊຸມ​ສຸດຍອດທີ່​ເມືອງ​ແຮມ​ເບີກ​ເຢຍ​ລະ​ມັນ.

ທ່ານ​ສີ​ຈິ້ນ​ຜິງ​ຢືນ​ຢັນ​ວ່າ: ຈີນ​ແລະ​ອັງ​ກິດ​ຄວນໄປ​ຕາມ​ຍຸກ​ສະ​ໄໝ​ໂດຍ​ອີງ​ຕາມ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​​ໃນ​ໄລ​ຍະ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ໃຜ​ລາວ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ເພື່ອ​ຮ່ວມ​ກັນ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຍຸກ​ຄຳ​ແຫ່ງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ, ພະ​ຍາ​ຍາມ​ສູ້​ຊົນ​ຊຸກ​ຍູ້​ສາຍ​ພົວ​ພັນ​ຈີນ-ອັງ​ກິດ​ໃຫ້​ພັດ​ທະ​ນາ​ຢ່າງ​ປອດ​ໃສ​ແລະ​ໝັ້ນ​ທ່ຽງ​ໃນ​ຍຸກ​ໃໝ່. ທ່ານ​ສີ​ຈິ້ນ​ຜິງ​ຍັງ​ຊີ້​ໃຫ້​ເຫັນ​ວ່າ: ສອງ​ຝ່າຍ​ສາ​ມາດ​ຮ່ວມ​ມື​ກັນ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ໃນ​ຂອບ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​​ໃຫ້ກວ້າງ​ອອກກວ່າ​ເກົ່າ, ມີ​ລະ​ດັບ​ສູງກວ່າ​ເກົ່າ​ແລະ​ລົງ​ເລິກກວ່າ​ເກົ່າ.

ທ່ານ​ນາງ​ເ​ທເຣ​ຊາ ເມ ເຫັນ​ດີ​​ຕໍ່ການ​ຕີ​ລາ​ຄາ​ສາຍ​ພົວ​ພັນອັງ​ກິດ-ຈີນ​ຂອງ​ທ່ານ​ປະ​ທານ​ສີ​ຈີ້ນ​ຜິງ ແລະ​ຢືນ​ຢັນ​ວ່າ ອັງ​ກິດ​ມີ​ຄວາມ​ເຫັນ​ຄ້າຍ​ຄື​ກັນ​ກັບ​ຈີນ​ໃນຫຼາຍ​ບັນ​ຫາ​​ທີ່​ມີລັກ​ສະ​ນະ​ທົ່ວ​ໂລກ, ສອງ​ຝ່າຍ​ກຳ​ລັງ​ຜະ​ເຊີນ​ກັບ​​ສິ່ງທ້າ​ທາຍຫຼາຍ​ຢ່າງ​ໃນ​ໂລກ ແລະ​ສາ​ມາດ​ຮ່ວມ​ມື​ກັນ​ພະ​ຍາ​ຍາມ​ຮັບ​ມື​ແກ້​ໄຂ​ບັນ​ຫາ​ສຳ​ຄັນ​ໃນ​ສາ​ກົນ​ແລະ​ພາກ​ພື້ນ ທັງ​ຢືນ​ຢັນ​ວ່າ ​ອັງ​ກິດຍິນ​ດີ​ຮ່ວມ​ກັບ​ຈີນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຕົວ​ຈິງ​ໃນຫຼາຍ​ຂົງ​ເຂດ​ເປັນ​ຕົ້ນ ການ​ຄ້າ,ການ​ລົງ​ທຶນ, ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ,ສິ່ງ​ແວດ​ລ້ອມ,ວັດ​ທະ​ນະ​ທຳ​ສັງ​ຄົມ​, ອິນ​ເຕີ​ເນັດ​ແລະ​ອື່ນໆ.

 

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ