ເປີດນຳໃຊ້ສູນຂໍ້ມູນຂ່າວສານຊັບພະຍາກອນນ້ຳແຫ່ງຊາດຢ່າງເປັນທາງການ
2018-02-02 17:30:20  cri 


ທ່ານ ສົມມາດ ພົນເສນາ ລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດແລະສິ່ງແວດລ້ອມລາວ ໄດ້ສະແດງຄວາມຂອບໃຈລັດຖະບານຈີນກໍຄືລັດຖະມົນຕີກະຊວງຊັບພະຍາກອນນ້ຳ ສປ ຈີນທີ່ຊ່ວຍເຫຼືອສ້າງສູນດັ່ງກ່າວໃຫ້ກັບປະເທດຕົນ. ທ່ານ ສົມມາດ ພົນເສນາ ກ່າວຕື່ມວ່າ, ສອງປະເທດລາວ-ຈີນມີການຮ່ວມມືໃນຂະແໜງຊັບພະຍາກອນທຳມະຊາດຢ່າງແໜ້ນແຟ້ນ ຄຽງຄູ່ກັບການປະຕິບັດໂຄງການດັ່ງກ່າວ ກະຊວງຊັບພະຍາກອນນ້ຳ ສປ ຈີນຍັງມອບໝາຍໃຫ້ຄະນະກຳມະການແມ່ນ້ຳຢຽນຊີຈີນ ໃຫ້ການສະໜັບສະໜູນອັນລ້ຳຄ່າໃຫ້ແກ່ລັດຖະບານລາວໃນການກໍ່ສ້າງພະນັກງານ, ປະກອບອຸປະກອນແລະສ້າງສະຖານີອຸຕຸນິຍົມ ແລະ ອຸທົກກະສາດ 51 ແຫ່ງ ເຊິ່ງຈະສ້າງຄວາມເຂັ້ມແຂງໃຫ້ຂະແໜງອຸຕຸນິຍົມ ແລະ ອຸທົກກະສາດກໍຄືຂະແໜງຄຸ້ມຄອງຊັບພະຍາກອນນ້ຳຂອງປະເທດຕົນ.
1  2  3  4  5  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ