ເປີດນຳໃຊ້ສູນຂໍ້ມູນຂ່າວສານຊັບພະຍາກອນນ້ຳແຫ່ງຊາດຢ່າງເປັນທາງການ
2018-02-02 17:30:20  cri 


ທ່ານ ເສີນເຫຼີຍ ລັດຖະມົນຕີກະຊວງຊັບພະຍາກອນນ້ຳ ສປ ຈີນກ່າວວ່າ, ສອງປະເທດຈີນ-ລາວຮ່ວມກິນແມ່ນ້ຳສາຍດຽວກັນແລະເປັນບ້ານໃກ້ທີ່ດີ, ໝູ່ເພື່ອນທີ່ດີ, ສະຫາຍທີ່ດີແລະຄູ່ຮ່ວມມືທີ່ດີ.
ການທີ່ສູນຂໍ້ມູນຂ່າວສານຊັບພະຍາກອນນ້ຳແຫ່ງຊາດເປີດນຳໃຊ້ຢ່າງເປັນທາງການໄດ້ສ່ອງແສງໃຫ້ເຫັນເຖິງການຮ່ວມມືຢ່າງແທ້ຈິງລະຫວ່າງຂະແໜງອຸຕຸນິຍົມ ແລະ ອຸທົກກະສາດລະຫວ່າງສອງປະເທດ, ກະຊວງຕົນຍິນດີສືບຕໍ່ຮ່ວມມືກັບພາກສ່ວນທີ່ກ່ຽວຂ້ອງຂອງລາວ ເພື່ອປະກອບສ່ວນເຂົ້າໃນການຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ກໍຄື ຮ່ວມກັນສ້າງປະຊາຄົມຊາຕາກຳທີ່ແໜ້ນແຟ້ນລະຫວ່າງສອງປະເທດ.
1  2  3  4  5  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ