ຣັດ​ເຊຍ​ທຳລາຍ​​ແຜນການ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ​ໃນ​ໄລຍະ​​ເລືອກ​ຕັ້ງ​ປະທານາທິບໍດີ
2018-02-02 17:19:48  cri 
ວັນ​ທີ 1 ກຸມພາ​ນີ້, ກົມ​ຮັກສາຄວາມ​ໝັ້ນຄົງ​ສະຫະພັນ​ຣັດ​ເຊຍ​ອອກ​ຖະ​ແຫຼ​ງການ​ວ່າ: ​ເຈົ້າ​ໜ້າ​ທີ່​ຕົນ​ໄດ້​ທັບ​ມ້າງ​ທຳລາຍ​ແຜນ​​ການ​ເຈຕະນາ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ​ໃນ​ໄລຍະ​ເລືອກ​ຕັ້ງ​ປະທານາທິບໍດີ​ໃນ​ປີ​ນີ້ ​ເຊິ່ງສາມາດ​ຈັບ​ສະມາຊິກ​ກຸ່ມISຜູ້​ໜຶ່ງ​ໄດ້ ​ແລະ​ຍຶດ​ປືນ, ລູກປືນ, ພ້ອມ​ທັງ​ລະ​ເບີດທີ່​ມີ​ອານຸພາບ​ທຳລາຍ​ລ້າງ​ຢ່າງ​ໃຫຍ່​ທີ່ຜະລິດ​ດ້ວຍ​ຕົນ​ເອງ ​ແລະ​ວັດຖຸອຸປະກອນ​ຈຳນວນ​ໜຶ່ງ​ຢູ່​ທີ່​ພັກ​ອາ​ໄສ​ຂອງ​ເຂົາ. ຜູ້​ກໍ່​ການ​ຮ້າຍ​ນີ້​ມາ​ຈາກ​ປະ​ເທດ​ອ້ອມ​ຂ້າງ​ທີ່ມີ​ເຈ​ຕະນາ​ປະຕິບັດ​ການ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ​ໃນ​ໄລຍະ​ເລືອກຕັ້ງປະທານາທິບໍດີ​ຣັດ​ເຊຍ, ປັດຈຸບັນ​ນີ້ຜູ້​ກໍ່​ການ​ຮ້າຍໄດ້​ຖືກ​ຮ້ອງ​ຟ້ອງ​ທາງ​ອາດຍາຈາກ​ອົງການ​ທີ່​ກ່ຽວຂ້ອງ​ແລ້ວ.

ການ​ເລືອກ​ຕັ້ງ​ປະທານາທິບໍດີ​ຂອງຣັດ​ເຊຍ​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 18 ມີນາ​ປີ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ