​ເຮືອນ​ຂອງ​ທ່ານ​ນາງ​ ອອງຊານ​ຊູ​ຈີ່​ຖືກ​​ໂຈມ​ຕີ
2018-02-02 17:22:55  cri 
ວັນ​ທີ 1 ກຸ​ມພາ​ນີ້, ທ່ານຊໍ​​ເທ ​ໂຄສົກ​ລັດຖະບານມຽນມາກ່າວ​ວ່າ: ​ໃນຕອນ​ເຊົ້າ​ມື້​ດຽວ​ກັນ, ມີ​ຊາຍຄົນ​ໜຶ່ງໄດ້​ໂຍນ​ລະ​ເບີດ​ນ້ຳມັນ​ໃສ່​ເຮືອນ​ຂອງ​ທ່ານນາງ ອອງຊານ​ຊູ​ຈີ່ ທີ່​ປຶກສາ​ລັດຖະບານ​ມຽນມາ, ​ແຕ່​ບໍ່​ມີ​​ໃຜ​ໄດ້​ຮັບ​ບາດ​ເຈັບ.

ທ່ານຊໍ​ເທກ່າວ​ຕື່ມ​ວ່າ: ສະພາບ​ໄຟ​​ໄໝ້​ເຮືອນ​ທ່ານ​ນາງ ອອງຊານ​ຊູ​ຈີ່​ບໍ່ຮຸນ​ແຮງປານ​ໃດ, ພວກ​ເຮົາສາມາດ​ດັບ​​ໄຟ​ໄວ້​ໄດ້​ຢ່າງ​ທັນ​ການ ​ແລະ​ບໍ່​ມີ​ໃຜ​ໄດ້ຮັບບາດ​ເຈັບ.
​​ເວລາ​ເກີດ​​ເຫດ, ທ່ານ​ນາງ ອອງຊານ​ຊູ​ຈີ່​ກຳລັງ​ຢູ່​ນ​ະຄອນ​ຫຼວງ​ເນປີ​ດໍ.

​ເຈົ້າ​ໜ້າ​ທີ່ຕຳຫຼວດ​ໄດ້​ເປີດ​ເຜີຍ​ຮູບ​ພາບ​ຂອງ​ຜູ້​ກໍ່​ເຫດ ​ເຊິ່ງ​ເປັນ​ຜູ້​ຊາຍ​ທີ່​ມີ​ອາຍຸ​ປະມານ 40 ປີ, ​ແລະ​ມີ​ຮູບ​ຮ່າງອ່າວຕຸ້ຍ. ຕຳຫຼວດ​ໄດ້​ຮຽກຮ້ອງ​ໃຫ້​ປະຊາຊົນ​ຊ່ວຍ​ເຫຼືອ​ຈັບ​ຜູ້​ກໍ່​ເຫດ​ຄັ້ງ​ນີ້​ໂດຍ​​ໄວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ