ນັກ​ສຶກສາ​ຕ່າງປະ​ເທດທີ່​ມາ​ສຶກສາ​ຕໍ່​ຢູ່ຈີນ​ເປັນອາສາ​ສະໝັກ​ຢູ່​ເທິງ​ລົດ​ໄຟ​ຄວາມ​ໄວ​ສູງ
2018-02-02 17:33:32  cri 

ວັນ​ທີ 31 ມັງກອນ​ນີ້, ຢູ່​ເທິງ​ລົດ​ໄຟ​ຄວາ​ມ​ໄວ​ສູງ​ຊີ່​ອ່ານ-​ເຊີ​ງຕູ່, ​ນັກ​ສຶກສາ​ຕ່າງ​ປະ​ເທດທີ່​ມາ​ສຶກສາ​ຕໍ່​ຢູ່​ຈີນ​ຮ່ວມ​ກັບ​ພະນັກງານ​ບໍລິການ​ປະຈຳ​ລົດ​ສົ່ງ​ນ້ຳ​ອຸ່ນໃຫ້​ຜູ້​ໂດຍສານ​ທີ່​ມີ​ອາຍຸ​ສູງ.
​ທັງ​ນີ້, ​ໃນ​ວັນ​ດັ່ງກ່າວ, ​​ນັກ​ສຶກສາ​ຕ່າງ​ປະ​ເທດທີ່​ສຶກສາ​ຕໍ່​ຢູ່​ມະຫາວິທະຍາ​ໄລ​ຄົມມະນາຄົມ​ຊີ່​ອ່ານ 3 ຄົນ​ໄດ້​ເປັນ​ອາສາ​ສະໝັກຢູ່​ເທິງ​ລົດ​ໄຟ​ຄວາມ​ໄວ​ສູງ​ຊີ່​ອ່ານ-​ເຊີງ​ຕູ່ ​ແລະພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ພະນັກງານລົດ, ນັກ​ສຶກສາ​ດັ່ງກ່າວ​ກໍ​ໄດ້ຮັບ​ຮູ້​ເຄື່ອງ​ອຸປະກອນ​ບໍລິການ​ຢູ່​​ເທິງລົດ​ໄຟ ​ເພື່ອ​ສະ​ໜອການ​ບໍລິການ​ໃຫ້​ຜູ້​ໂດຍສານ ​ແລະ​ຕ້ອນຮັບ​ການ​ຂົນ​ສົ່ງ​ໃນ​ໄລຍະ​ບຸນ​ກຸດ​ຈີນ.

1  2  3  4  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ