ລັດ​ຖະ​ບານ​ຊີ​ຣີ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຜົນ​ງານ​ຈາກກອງ​ປະ​ຊຸມ​ເຈ​ລະ​ຈາ​ທົ່ວ​ປະ​ເທດ
2018-02-02 16:24:55  cri 
    ກະ​ຊວງ​ການ​ຕ່າງ​ປະ​ເທດ​ຊີ​ຣີ ໄດ້​ອອກ​ຖະ​ແຫຼງ​ການ​ໃນ​ວັນ​ທີ 1 ກຸມ​ພານີ້​ ໂດຍ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ໝາກ​ຜົນ​ທີ່​ໄດ້​ຮັບ​ໃນ​ກອງ​ປະ​ຊຸມ​ເຈ​ລະ​ຈາ​ທົ່ວ​ປະ​ເທດ ແລະ​ເຫັນ​ວ່າ, ຖະ​ແຫຼງ​ການ​ຂອງກອງ​ປະ​ຊຸມ​ຈະ​ສ້າງ​ພື້ນ​ຖານ​ອັນ​ໝັ້ນ​ແກ່ນ​ໃຫ້​ແກ່​ການ​ເລີ່ມ​ຕົ້ນ​ການ​ເຈ​ລະ​ຈາ​ແລະ​ສົນ​ທະ​ນາ​​ຕ່າງໆ.

    ຖະ​ແຫຼງ​ການ​ລະ​ບຸ​ວ່າ, ຖະ​ແຫຼງ​ການ​ປະ​ສົມ​ຂອງກອງ​ປະ​ຊຸມ​ສະ​ແດງ​ໃຫ້​ເຫັນ​ວ່າ, ຊາວ​ຊີ​ຣີ ໄດ້ມີ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ກ່ຽວ​ກັບ "ການ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ, ຄວາມ​ເປັນ​ເອ​ກະ​ພາບ ແລະ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ຊາດ" ແລະ "ມີ​ແຕ່​ປະ​ຊາ​ຊົນ​ຊີ​ຣີ​ເທົ່າ​ນັ້ນ ຈຶ່ງ​ສາ​ມາດ​ຕັດ​ສິນ​ລະ​ບອບ​ການ​ເມືອງ​ແລະ​ເສດ​ຖະ​ກິດ​ຂອງ​ຊາດ​ໄດ້", ພ້ອ​ມ​ທັງ​ເນັ້ນ​ເຖິງ​ການ​ຮັກ​ສາ​ບົດ​ບາດ​ສຳ​ຄັນ​ຂອງກອງ​ທັບ​ແລະ​ກຳ​ລັງ​ປະ​ກອບ​ອາ​ວຸດ.

    ເພື່ອ​ຊຸກ​ຍູ້​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ກ່ຽວ​ກັບ​ບັນ​ຫາ​ຊີ​ຣີ​ຢູ່​ເຊີ​ແນວ​ແລະ​ຂະ​ບວນ​ວິ​ວັດ​ສັນ​ຕິ​ພາບ​ພາຍ​ໃນ​ປະ​ເທດ​ຊີ​ຣີ, ສາມ​ປະ​ເທດ​ຄື ຣັດ​ເຊຍ, ຕວກ​ກີ ແລະ​ອີ​ຣານ ​ໄດ້ລິ​ເລີ່ມ​​ໄຂ​ກອງ​ປ​ະ​ຊຸມ​ເຈ​ລະ​ຈາ​ທົ່ວ​ປະ​ເທດ​ຊີ​ຣີ ແລ​ະໄດ້​ອັດ​ລົງ​ຢູ່​ເມືອງໂຊ​ຊີ ​ພາກ​ໃຕ້​ຣັດ​ເຊຍ​ໃນ​ຕອນ​ຄ່ຳ​ວັນ​ທີ 30 ມັງ​ກອນ​ຜ່ານ​ມາ ແລະ ຝ່າຍ​ຕ່າງໆ​ທີ່​ຮ່ວມ​ປະ​ຊຸມ ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ ແລະ​ສານ​ຮຽກ​ຮ້ອງ​ ທັງ​ຕົກ​ລົງ​ສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ລັດ​ຖະ​ທຳ​ມະ​ນູນ​ຊີ​ຣີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ